spot_img
Homeຂ່າວພາຍ​ໃນຄູໂບຕ້າຈັບສະຫຼາກມອບໂຊກຄັ້ງທີ 1

ຄູໂບຕ້າຈັບສະຫຼາກມອບໂຊກຄັ້ງທີ 1

Published on

ເມື່ອວັນທີ 15 ມິຖຸນາຜ່ານມາ ບໍລິສັດສະຫຍາມຄູໂບຕ້າ ຈຳກັດ ໄດ້ຈັດພິທີຈັບສະຫຼາກມອບໂຊກໃຫ້ແກ່ລູກຄ້າຄັ້ງທີ 1 (Kubota ZT lucky draw) ທັງນີ້ ກໍເພື່ອເປັນການສົມມະນາບຸນຄຸນລູກຄ້າທີ່ຄອຍໃຫ້ການສະໜັບສະໜູດ້ວຍດີຕະຫຼອດມາ.

Kubota ZT, RT ຫຼື ໂຄງສະຫຍາມ NC Plus X ທຸກແບບແມ່ນຈະມີສິດລຸ້ນຮັບລາງວັນບໍ່ວ່າຈະເປັນໂທລະພາບສີ 32 ນິ້ວ ຈຳນວນ 12 ລາງວັນ ລົດຈັກຮອນດ້າເວບ 100 ພ້ອມໝວກກັນກະທົບ ຈຳນວນ 18 ລາງວັນ ສຳລັບການລຸ້ນໂຊກໃນຄັ້ງນີ້ແມ່ນສະເພາະລູກຄ້າທີ່ຊື້ສິນຄ້າໃນຫວ່າງເດືອນກຸມພາຫາເດືອນທັນວາ 2019 ເທົ່ານັ້ນ.

ບັນດາລູກຄ້າທີ່ຊື້ສິນຄ້າປະເພດເຄື່ອງຈັກກາຊວນ ZT ຫຼື RT ແລະ ໂຄງສະຫຍາມ NC Plus X ທຸກລຸ້ນທຸກແບບກໍຈະມີສິດລຸ້ນຮັບລາງວັນລວມມູນຄ່າຫຼາຍກວ່າ 270 ລ້ານກີບ ສຳລັບການຈັບສະຫຼາກຄັ້ງທີ 2 ແມ່ນຈະຈັດຂຶ້ນໃນວັນທີ 14 ກັນຍາ 2019 ແລະ ຄັ້ງທີ 3 ແມ່ນວັນທີ 20 ມັງກອນ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ.

ສຳລັບລາຍຊື່ຜູ້ທີ່ໄດ້ຮັບລາງວັນໃນການມອບໂຊກຄັ້ງທຳອິດປະກອບມີດັ່ງນີ້:

ລາງວັນໂທລະພາບສີ 32 ນິ້ວ ມີຈຳນວນ 4 ລາງວັນ

  1. ນາງ ທອງຄູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ
  2. ນາງ ທອງໃບ ເມືອງທຸລະຄົມ ແຂວງວຽງຈັນ
  3. ທ້າວ ດອນ ເມືອງປະທຸມພອນ ແຂວງຈຳປາສັກ
  4. ນາງ ຄຳຮັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ລາງວັນລົດຈັກຮອນດ້າເວບ 100 ພ້ອມດ້ວຍໝວກກັນກະທົບ ມີທັງໝົດ 6 ລາງວັນ

1. ທ້າວ ອາເລ້ ເມືອງນ້ຳບາກ ແຂວງຫຼວງພຣະບາງ

2. ລີຟຸງ ເມືອງຄູນ ແຂວງຊຽງຂວາງ

3. ພໍ່ກຽງ ເມືອງແກ່ນທ້າວ ແຂວງໄຊຍະບູລີ

4. ທ້າວ ລ້ານ ເມືອງຊະນະຄາມ ແຂວງວຽງຈັນ

5. ທ້າວ ບຸນສີ ເມືອງແປກ ແຂວງຊຽງຂວາງ

6. ນາງ ສົມລືດີ ເມືອງສັງທອງ ນະຄອນຫຼວງວຽງຈັນ

ສຳລັບຜູ້ທີ່ໄດ້ຮັບລາງວັນໃນຄັ້ງນີ້ຈະໄດ້ຮັບການກວດສອບເງື່ອນໄຂທີ່ຖືກຕ້ອງຕາມບໍລິສັດ ແລະ ຕ້ອງຕິດຕໍ່ຮັບຂອງລາງວັນພາຍໃນ 1 ເດືອນ ຖ້າບໍ່ດັ່ງນັ້ນຈະຖືວ່າສະຫຼະສິດ ແລະ ສະຫງວນສິດໃຫ້ແກ່ລາຍຊື່ສຳຮອງຕໍ່ໄປ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...