Homeຂ່າວພາຍ​ໃນແມ່ພິມແຫ່ງຊາດຂອງລາວຄົນທີ 3 ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ

ແມ່ພິມແຫ່ງຊາດຂອງລາວຄົນທີ 3 ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ

Published on

ເມື່ອວັນທີ 14 ມິຖຸນາຜ່ານມາ ທີ່ສະຖານທູດໄທ ນະຄອນຫຼວງວຽງຈັນ  ຄະນະມູນລະນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຫຼື (Princess Mahachakri Award : PMCA) ໄດ້ເດີນທາງມາຢ້ຽມຢາມຄູລາວທີ່ໄດ້ຮັບລາງວັນຈາກສົມເດັດເຈົ້າຟ້າມະຫາຈັກກຣີ ສຳລັບລາງວັນດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງຂຶ້ນໃນປີ 2015 ເປັນຕົ້ນມາ ຖືເປັນລາງວັນທີໃຫ້ກັບຄູຜູ້ສ້າງຄວາມປ່ຽນແປງໃຫ້ແກ່ຊີວິດນັກຮຽນ ແລະ ໃຫ້ການຊ່ວຍເຫຼືອຕໍ່ການສຶກສາໃນບັນດາປະເທດອາຊຽນ ລວມເຖິງປະເທດຕິມໍເລສເຕ.

ໃນນັ້ນ ລວມມີຄູລາວຄົນທຳອິດຄື ທ່ານ ນາງ ຄຳສ້ອຍ ວົງສຳພັນ ຈາກໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ທ່ານທີ 2 ຄື ທ່ານ ນາງ ຄູນວິໄລ ເຄນກິຕິສັກ ຈາກໂຮງຮຽນປະຖົມທົ່ງກາງ ນະຄອນຫຼວງວຽງຈັນ ໄດ້ຮັບເມື່ອປີ 2017 ແລະ ຄູຄົນທີ່ 3 ຂອງປະເທດລາວທີ່ໄດ້ຮັບລາງວັນອັນຊົງກຽດໃນປີ 2019 ໄດ້ແກ່ ທ່ານ ນາງ ໄພສະນິດ ປັນຍາສະຫວັດ ຄູພາສາລາວ ແລະ ວັນນະຄະດີ ໂຮງຮຽນມັດທະຍົມສຶກສາສັນຕິພາບ ແຂວງຫຼວງພະບາງ ທັງນີ້ ຄະນະຕົວແທນກໍໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພຣະບາງຊຶ່ງນຳໂດຍທ່ານ ດຣ ກິດຕິພົງ ກິລະຕິກອນ ປະທານຄະນະກຳມະການ PMCA ທ່ານ ຈັກກະພັດ ວະທາ ແລະ  ທ່ານ ນາງ ເບັນຈະລັດ ນໍ້າຟ້າ ຜູ້ຈັດການຄະນະກຳມະການມູນລະນິທິ PMCA.

ລາງວັນເຈົ້າຟ້າມະຫາຈັກກຣີ ເປັນລາງວັນພຣະຣາດຊະທານລະດັບນານາຊາດ ເພື່ອເຊີດຊູກຽດຕິຍົດຄູທີ່ດີເດັ່ນໃນລະດັບການສຶກສາຂັ້ນພື້ນຖານ ອະນຸບານ ປະຖົມ ແລະ ມັດທະຍົມຂອງບັນດາປະເທດໃນອາຊຽນທັງໝົດ 11​ ປະເທດ ລວມເຖິງປະເທດ ຕີມໍເລສເຕ ແລະ ກໍ່ຕັ້ງໂຄງການນີ້ຂຶ້ນມາເພື່ອເທີດພະກຽດສົມເດັດພຣະການິຖາທິລາດ ເຈົ້າກົມສົມເດັດພຣະເທບພະລັດລາດສຸດາ ສະຫຍາມບໍຣົມລາຊະກຸມາລີ ຄົບຮອບ 60 ພັນສາໃນປີ 2015 ໂຄງການແມ່ນໄດ້ຈັດຂຶ້ນທຸກໆ 2 ປີ ຊຶ່ງປີນີ້ຖືເປັນຄັ້ງທີ 3.

ສຳລັບການຄັດເລືອກເອົາຄູຜູ້ທີ່ຈະໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີໃນແຕ່ລະປີແມ່ນຕ້ອງມີຄຸນສົມບັດເປັນຄູຜູ້ທີ່ສາມາດສ້າງຄວາມປ່ຽນແປງໃຫ້ແກ່ຊີວິດຂອງລູກສິດ ແລະ ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ວຽກງານການສຶກສາພາຍໃນປະເທດ ທັງນີ້ ຜູ້ທີ່ໄດ້ຮັບລາງວັນກໍຈະໄດ້ຮັບພຣະຣາດຊະທານລາງວັນຊຶ່ງປະກອບມີ ຫຼຽນລາງວັນ ປະກາສະນີຍະບັດ ຂັນລາງວັນ ແລະ ເຂັ້ມຂັດຄຳເຊີດຊູພຣະກຽດ ພ້ອມດ້ວຍເງິນລາງວັນມູນຄ່າ 10.000 ໂດລາ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...