spot_img
Homeຂ່າວຕ່າງປະເທດຊາວເຮຕິປະທ້ວງໄລ່ປະທານາທິບໍດີ ຄະດີສໍ້ໂກງ

ຊາວເຮຕິປະທ້ວງໄລ່ປະທານາທິບໍດີ ຄະດີສໍ້ໂກງ

Published on

ປະຊາຊົນຊາວເຮຕິຈຳນວນຫຼາຍພັນລ້ານຄົນອອກມາຍ່າງຂະບວນຕາມຖະໜົນຫຼວງໃນນະຄອນປໍຣໂຕແປຣງ ເພື່ອຮຽກຮ້ອງໃຫ້ ທ່ານ ໂຈເວແນລ ໂມອີສ ປະທານາທິບໍດີລາອອກຈາກຕຳແໜ່ງຂໍ້ຫາ “ສໍ້ໂກງງົບປະມານຂອງແຜ່ນດິນ”.

ກໍລະນີດັ່ງກ່າວເກີດຂຶ້ນພາຍຫຼັງຜູ້ພິພາກສາຈາກສານກວດສອບເງິນແຜ່ນດິນໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ ທ່ານ ໂມອີສ ເປັນສູນກາຂອງແຜນການສໍ້ໂກງຊັບສິນຈາກງົບປະມານຊ່ວຍເຫຼືອຈາກເປໂຕຣໄຄຣກຸ່ມຂໍ້ຕົກລົງຄວາມຮ່ວມມືດ້ານພະລັງງານທີ່ກໍ່ຕັ້ງຂຶ້ນໂດຍລັດຖະບານເວເນຊູເອລາສຳລັບສ້າງຖະໜົນ ໂດຍລາຍງານໄດ້ລະບຸວ່າ ລັດຖະບານເຮຕິໄດ້ເຮັດສັນຍາກັບບໍລິສັດເອກະຊົນ 2 ແຫ່ງຄື ອະກຣີທຣານ ແລະ ເບເທັກ ໃນການກໍ່ສ້າງຖະໜົນ ແລະ ໄດ້ກວດສອບພົບພາຍຫຼັງວ່າ 2 ບໍລິສັດນີ້ມີໝາຍເລກຜູ້ເສຍພາສີ ແລະ ເຈົ້າຂອງດຽວກັນ.

ຂະນະທີ່ ທ່ານ ໂມອີສ ກ່ອນທີ່ຈະເຂົ້າມາຮັບຕຳແໜ່ງປະທານາທິບໍດີເມື່ອປີ 2017 ກໍເຄີຍເປັນຜູ້ບໍລິຫານບໍລິສັດອະກຣີທຣານມາກ່ອນ ທັງນີ້ ບໍລິສັດດັ່ງກ່າວໄດ້ງົບປະມານສ້າງຖະໜົນມູນຄ່າ 700.000 ໂດລາ ແຕ່ກໍໄດ້ນຳເງິນດັ່ງກ່າວໄປປູກກ້ວຍແທນທີ່ຈະນຳມາສ້າງຖະໜົນ.

ຄະດີດັ່ງກ່າວສົ່ງຜົນໃຫ້ເກີດການຕັ້ງຄະນະກຳມະການກວດສອບໂດຍສະພາຜູ້ແທນລາຊະດອນເມື່ອປີ 2016 ແລະ 2017 ກ່ອນທີ່ຈະເກີດການປະທ້ວງອັນນຳໄປສູ່ການສືບສວນ-ສອບສວນໂດຍສານກວດສອບເງິນແຜ່ນດິນກ່ຽວກັບການນຳໃຊ້ງົບປະມານຊ່ວຍເຫຼືອຂອງກຸ່ມເປໂຕຣໄຄຣ ມູນຄ່າລວມເຖິງ 1.600 ລ້ານໂດລາ ຂະນະທີ່ການປະທ້ວງຫຼ້າສຸດໄດ້ຮັບການສະໜັບສະໜູນໂດຍພັກຝ່າຍຄ້ານທີ່ລົງຊີງໄຊແຂ່ງກັບ ທ່ານ ໂມອີສ ໃນການເລືອກຕັ້ງເມື່ອປີ 2017 ທີ່ຜ່ານມາ.

ທັງນີ້ ມີຊາວເຮຕິເສຍຊີວິດແລ້ວຢ່າງໜ້ອຍ 7 ລາຍໃນການປະທ້ວງເມື່ອເດືອນກຸມພາທີ່ຜ່ານມາ ຊຶ່ງສົ່ງຜົນໃຫ້ລັດຖະບານຖືກຍຶດອຳນາດ ແຕ່ມາຮອດປັດຈຸບັນກໍຍັງບໍ່ມີການແຕ່ງຕັ້ງຄະລະລັດຖະບານຊຸດໃໝ່ ຍັງບໍ່ມີການອະນຸມັດງົບປະມານແຜ່ນດິນ ແລະ ຍັງບໍ່ມີຄວາມຊັດເຈນວ່າຈະມີການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນຄັ້ງໃໝ່ໃນເມື່ອໃດ?.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:matichon

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...