Homeຂ່າວພາຍ​ໃນຮ້ານຄ້າຕັງຈະເລີນຈັດກິດຈະກຳເສີມສ້າງຄວາມຮູ້ໃນຊື່ “ຊ່າງດີ TCR”

ຮ້ານຄ້າຕັງຈະເລີນຈັດກິດຈະກຳເສີມສ້າງຄວາມຮູ້ໃນຊື່ “ຊ່າງດີ TCR”

Published on

ຮ້ານຄ້າຕັງຈະເລີນ ໂຮມສະໂຕ ສາຂາດອນໜູນ ນະຄອນຫຼວງວຽງຈັນ ຂໍເປັນສ່ວນຮ່ວມໃນການພັດທະນາຕາມທິດທາງຂອງລັດ ຖະບານ ດ້ວຍການຕອບສະໜອງພາກສ່ວນການກໍ່ສ້າງທີ່ພວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ່ັງນັ້ນ ຈຶ່ງໄດ້ຈັດກິດຈະກຳດີໆທີ່ມີຊື່ວ່າ “ຊ່າງດີ TCR” ເພື່ອໃຫ້ບັນດາກຸ່ມນັກອອກແບບ ຮັບເໝົາ ຊ່າງກໍ່ສ້າງທົ່ວໄປ ສະຖາບັນການສຶກສາຂະແໜງຕ່າງໆທີ່ກ່ຽວຂ້ອງກັບງານກໍ່ສ້າງ ລວມເຖິງປະຊາຊົນທົ່ວໄປທີ່ສົນໃຈໄດ້ຮັບຮູ້ ແລະ ເຂົ້າເຖິງນະວັດຕະກໍາໃໝ່ໆຂອງສິນຄ້າຫຼາກຫຼາຍຊະນິດຂອງບໍລິສັດຜູ້ຜະລິດໂດຍກົງທີ່ມາແນະນຳ ແລະ ສາທິດແກ່ບັນດາທ່ານ.

ກິດຈະກຳດັ່ງກ່າວຈັດຂຶ້ນເມື່ອວັນທີ 9 ມິຖຸນາຜ່ານມາ (ພຽງວັນດຽວ) ທີ່ຮ້ານຄ້າຕັງຈະເລີນ ໂຮມສະໂຕ ພ້ອມນີ້ ລູກຄ້າທີ່ຊື້ສິນຄ້າກໍຈະໄດ້ຮັບສ່ວນຫຼຸດ ແລະ ໂປຣໂມເຊິນຫຼຸດແລກແຈກແຖມສິນຄ້າຈາກແບຣນຜູ້ຜະລິດຊັ້ນນໍາທີ່ມາວາງສະແດງພາຍໃນງານຄັ້ງນີ້ ພິເສດພາຍໃນງານຍັງມີກິດຈະກຳມອບໂຊກຄືນກຳໄລໃຫ້ກັບລູກຄ້າ ໂດຍການມອບສາຍຄໍຄໍາລວມ 4 ເສັ້ນໃຫ້ກັບຜູ້ໂຊກດີທີ່ເຂົ້າມາໃຊ້ບໍລິການ ແລະ ໃຫ້ຄວາມໝັ້ນໃຈ ແລະ ເຊື່ອໝັ້ນເລື່ອງການໃຫ້ບໍລິການຂອງຮ້ານຄ້າຕັງຈະເລີນຂອງພວກເຮົາ.

ທັງນີ້ ຮ້ານຄ້າຕັງຈະເລີນກໍຈະຈັດກິດຈະກຳດີໆແບບນີ້ຢ່າງຕໍ່ເນື່ອງ ເພື່ອຄືນກຳໄລໃຫ້ແກ່ລູກຄ້າ ແລະ ຈະຮັກສາການບໍລິການທີ່ດີມີຄຸນນະພາບແບບນີ້ໃຫ້ສົມກັບສະໂລແກນທີ່ວ່າ  “ສະດວກ ຄົບຄັນ ບໍລິການປະທັບໃຈ” ບັນດາທ່ານສາມາດເຂົ້າໄປສຳຜັດກັບສິນ ຄ້າຕົວຈິງໄດ້ທີ່ຮ້ານຄ້າຕັງຈະເລີນ ໂຮມສະໂຕ ສາຂາດອນໜູນ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼື ໂທສອບຖາມລາຍລະອຽດໄດ້ທີ່ໝາຍເລກໂທລະສັບ (021) 732428.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...