spot_img
Homeລົດຍົນ-ຍານພາຫະນະອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA

ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA

Published on

~ ເຕັກໂນໂລຢີການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan        ~

ອໍລ ນູ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ຖືກແນະນໍາໂດຍ ຕົວແທນຈໍາໜ່າຍລົດຍົນນິສສັນ NISSAN ໃນປະເທດລາວ ຄືບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”). ລົດຍົນໄດ້ຖືກຜະລິດທີ່ສູນການຜະລິດລົດຍົນນິສສັນໃນປະເທດໄທຍ ເພື່ອສະໜອງລົດຍົນໃຫ້ກັບຕະຫຼາດໃນເອເຊຍຕາເວັນອອກສ່ຽງໃຕ້, ລົດຍົນນິສສັນ NISSAN ໄດ້ຜະສົມຜະສານການທຳງານຂອງເຄື່ອງຍົນລະດັບສູງດ້ວຍເຕັກໂນໂລຢີການຂັບທີ່ອັນລໍ້າເລີດເພື່ອການຂັບຂີ່ທີ່ສະດວກສະບາຍ ແລະ ເຮັດໃຫ້ລູກຄ້າເກີດຄວາມໝັ້ນໃຈໃນການຂັບຂີ່.

ດ້ວຍຮູບແບບໂຄງສ້າງ 7 ທີ່ນັ່ງຂອງລົດຍົນສະປອດທ໌ ເອັດຢູວີ ອໍລ ນິວ ນິສສັນ ເທີຣາ SUV ALL- NEW NISSAN TERRA ທີ່ສ້າງຂື້ນມາດົນຫຼາຍກວ່າ 60 ປີຂອງຂອງລົດຕະກູນສຸບວ໌ SUV ຂອງນິສສັນ Nissan ລວມເຖີງລຸ່ນທີ່ເປັນເອກະລັກຂອງນິສສັນ Nissan ໄດ້ແກ່ ນິສສັນ ແພັທໂທລ໌ Nissan Patrol, ນັສສັນ ເສີຟາຣີ Nissan Safari, ນິສສັນ ເທີຣາໂນ Nissan Terrrano ແລະ ນິສສັນ ເອັກຊ໌ເທີຣາ Nissan Xterra.

ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ຖືກຕິດຕັ້ງດ້ວຍເຕັກໂນໂລຍິການຂັບຂີ່ແບບອັດສະລິຍະ ທີ່ເນັ້ນນຳໃຊ້ເຕັກໂນໂລຍິລ້າສຸດທີ່ເຮັດໃຫ້ລົດຍົນຮັບຮູ້ເຖີງສະພາບແວດລ້ອມຕ່າງໆ ໃນເວລາຂັບຂີ່ເຊັ່ນ ເຕັກໂນໂລຢີກ້ອງອັດສະລິຍະທີ່ຊ່ວຍໃຫ້ເຫັນພາບຮອບທິດທາງຮອບຕົວລົດIntelligent Around View Monitor ແລະ ລະບົບກວດຈັບວັດຖຸເຄື່ອນທີ່ Moving Object Detection (MOD).

ເຕັກໂນໂລຢີການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan ທີ່ນຳໃຊ້ເຕັກໂນໂລຢີຂັ້ນສູງ

ວັດຖຸປະສົງຂອງການຂັບເຄື່ອນແບບອັດສະລິຍະຂອງນິສສັນ NISSAN ເພື່ອເຮັດໃຫ້ລູກຄ້າຮູ້ສືກໝັ້ນໃຈ, ຕື່ນເຕັ້ນ ແລະ ເຂົ້າເຖີງການຂັບຂີ່ໄດ້ຫຼາຍຂື້ນ.ດ້ວຍພາບລັກການຂັບຂີ່ເພື່ອຄວາມປອດໄພທີ່ຖືກຕິດຕັ້ງມາໃນຕົວລົດຍົນຂອງ ອໍລ ນູ ນິສສັນ ເທີຣາ ALL- NEW NISSAN TERRA ປະກອບດ້ວຍ:

1) ເຕັກໂນໂລຢີກ້ອງອັດສະລິຍະທີ່ຊ່ວຍໃຫ້ເຫັນພາບຮອບທິດທາງຮອບຕົວລົດ Intelligent Around View Monitor (i-AVM)  ແມ່ນນຳໃຊ້ກ້ອງ 4 ຕົວທີ່ຕິດຮອບຕົວລົດ ເພື່ອໃຫ້ໄດ້ພາບມຸມ 360 ອົງສາຊື່ງຈະຊ່ວຍໃຫ້ທ່ານຈອດລົດໄດ້ສະດວກສະບາຍຍີ່ງຂື້ນ ຫຼື ຊ່ວຍຫຼົຫຼີກຂຸມເມື່ອທ່ານຂັັບເທີງເສັ້ນທາງທີ່ບໍ່ລຽບ ສິ່ງນີ້ແມ່ນສີ່ງທີ່ມະຫັດສະຈັນຫຼາຍ ເພາະວ່າກ້ອງ4ຕົວທີ່ຕິດຕັ້ງຢູ່ດ້ານໜ້າ, ດ້ານຫຼັງ ແລະ ທັງສອງດ້ານຂອງລົດຍົນຈະຊ່ວຍໃຫ້ທ່ານໄດ້ເຫັນມຸມ 360 ອົງສາແບບສົດໆ ຊື່ງເຮັດໃຫ້ທ່ານເຫັນທຸກໆສີ່ງເວລາທ່ານນັ່ງຢູ່ໃນລົດ.

https://gph.is/g/EvdXL95

2) ອີກໜຶ່ງລະບົບທີ່ນ່າອັດສະຈັນ ຂອງເທີຣາ TERRA ນັ້ນກໍ່ຄື ລະບົບກວດຈັບວັດຖຸເຄື່ອນທີ່ Moving Object Detection (MOD) ເຊິ່ງນຳໃຊ້ກ້ອງສີ່ຕົວໃນການກວດຈັບວັດຖຸເຄື່ອນທີ່ຮອບຕົວລົດເມື່ອລົດຢູ່ໃນໂໝດຈອດ ຫຼື ເວລາລົດກຳລັງແລ່ນຢ່າງຊ້າໆ. ລະບົບຈະແຈ້ງເຕືອນທ່ານດ້ວຍພາບແລະສຽງເມື່ອກວດພົບວັດຖຸເຄື່ອນທີ່. ສິ່ງນີ້ເອງທີ່ເຮັດໃຫ້ທ່ານປຽບເໝືອນວ່າທ່ານມີພະລັງວິເສດໃນການກວດຈັບວັດຖຸເຄື່ອນທີ່.

https://gph.is/g/4o683OL

ລູກຄ້າສາມາດເຂົ້າມາຢ້ຽມຊົມ ແລະ ທົດລອງຂັບ ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ທີ່ ໂຊ ຣູມ Showroom ຫຼື ໂຣດໂຊ Roadshows ໃນສະຖານທີ່ ທີ່ພົບເຫັນ. ສຳລັບ ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ມີຫຼາກຫຼາຍສີໃຫ້ທ່ານໄດ້ເລືອກເຊັ່ນ: ສີຄີມ, ສີແດງ, ສີນໍ້າຕານ, ສີຟ້າ, ສີຂາວ, ສີເງີນ, ສີເຖົາ, ແລະ ດຳ.

ສໍາຫຼັບຂໍ້ມູນເພີ່ມເຕີມກ່ຽວກັບນິສສັນ Nissan ທຸກຮຸ່ນໃນລາວ. ກະລຸນາເຂົ້າເບິ່ງທີ່ເວັບໄຊທ໌ຂອງນິສສັນລາວ http://www.nissan-lao.la ຫຼືຕິດຕາມທາງຫນ້າ Facebook ຂອງນິສສັນລາວທີ່ http://fb.com/NissanLaos/

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...