spot_img
Homeຂ່າວພາຍ​ໃນການປະເມີນຜົນກິດຈະການບໍ່ແຮ່ສົກປີຜ່ານມາບໍ່ທັນສຳເລັດ ຂະນະທີ່ການຂຸດຄົ້ນແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ ຖືກຢຸດ

ການປະເມີນຜົນກິດຈະການບໍ່ແຮ່ສົກປີຜ່ານມາບໍ່ທັນສຳເລັດ ຂະນະທີ່ການຂຸດຄົ້ນແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ ຖືກຢຸດ

Published on

 

ການລົງທຶນດ້ານກິດຈະການບໍ່ແຮ່ຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຢູ່ ສປປ ລາວ ມາຮອດປັດຈຸບັນ

ມີບໍລິສັດທີ່ໄດ້ຮັບອະນຸຍາດ (ສັນຍາຂຸດຄົ້ນ) ຈຳນວນ 69 ບໍລິສັດ ປະກອບມີ 107 ກິດຈະການ, ມີເນື້ອທີ່ສຳປະທານ

ທັງໝົດ 274, 663 ເຮັກຕາ ເຊິ່ງໄດ້ແບ່ງອອກເປັນ 2 ກຸ່ມ ຄືກຸ່ມທີ່ໄດ້ດຳເນີນກິດຈະການແລ້ວມີ 50 ບໍລິສັດ ແລະ

ກຸ່ມທີ່ພວມກໍ່ສ້າງໂຮງງານ ແລະ ກຽມຂຸດຄົ້ນມີ 19 ບໍລິສັດ ໃນນັ້ນມີບາງໂຄງການໄດ້ສຳເລັດການກໍ່ສ້າງໂຮງງານ

ແລະ ກະກຽມ ເຂົ້າສູ່ການຂຸດຄົ້ນເຊັ່ນ: ບໍລິສັດຫຸ້ນສ່ວນຫວຽດລາວ ຂຸດຄົ້ນກ່ຽວກັບແຮ່ຄຳຢູ່ແຂວງອັດຕະປຶ, ບໍລິ

ສັດຄຳເກີດແສນອຸດົມຈຳກັດ ຂຸດຄົ້ນແຮ່ຄຳຢູ່ແຂວງບໍລິຄຳໄຊ, ບໍລິສັດລາວລີ້ຕູ້ມາຍນິ້ງຈຳກັດ ໄດ້ສຳເລັດການ

ບຸກເບີກເຂດເນື້ອ ທີ່ສຳປະທານ ແລະ ຈະກ້າວເຂົ້າສູ່ການຂຸດຄົ້ນຢູ່ແຂວງວຽງຈັນ.

 

ເຖິງແນວໃດກໍດີເພື່ອເຮັດໃຫ້ການຄຸ້ມຄອງກິດຈະການບໍ່ແຮ່ມີຄວາມຮັດກຸມ ແລະທັງເປັນການກະຕຸກຊຸກຍູ້ໃຫ້

ບັນດາບໍລິສັດ ທີ່ມີສັນຍາແລ້ວຮີບຮ້ອນປະຕິບັດຕາມສັນຍາ ຈຶ່ງໄດ້ເຮັດການກວດກາປະເມີນຜົນບັນດາກິດຈະ

ການ, ໂດຍໄດ້ນຳໃຊ້ 7 ຫລັກການພື້ນຖານເພື່ອຈັດແບ່ງປະເພດໂຄງການ, ເຊິ່ງມາປັດຈຸບັນສາມາດປະເມີນຜົນ

ໄດ້ແລ້ວ 57 ບໍລິສັດ (ບໍ່ລວມໂຄງການເຊັນສັນຍາໃໝ່), ສ່ວນຍັງເຫລືອ ແມ່ນກຳລັງສືບຕໍ່ດຳເນີນກວດກາເພື່ອ

ໃຫ້ສຳເລັດຕາມແຜນການທີ່ວາງໄວ້.

 

ອີງຕາມບົດລາຍງານຂອງ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບສະພາບການຜະລິດແຮ່

ທາດຢູ່ ສປປ ລາວ ຕໍ່ທ່ານຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານເສດຖະກິດ ເມື່ອບໍ່ດົນມານີ້ວ່າ: ການຂະຫຍາຍ

ຕົວຂອງຂະແໜງບໍ່ແຮ່ໃນສົກປີ 2011-2012 ເພີ້ມຂຶ້ນ 5,99%, ສົກປີ 2012-2013 ເພີ້ມ ຂຶ້ນ 7,98% ແລະ ສົກປີ

2013- 2014 ລວມ ຍອດມູນຄ່າການຜະລິດປະຕິບັດໄດ້ 18.653,9 ຕື້ກີບ ທຽບໃສ່ສົກປີ 2012-2013 ຫລຸດລົງ 3,38%

ສາເຫດຫລັກແມ່ນ ຍ້ອນລາຄາແຮ່ທາດຂອງຕະຫລາດໂລກຕ່ຳໂດຍສະເພາະແຮ່ຄຳ, ໂປຕາສ, ແຮ່ທອງ ແລະ ອື່ນໆ

ພ້ອມທັງໄດ້ຢຸດເຊົາການຂຸດຄົ້ນແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ, ສ່ວນຜະລິດຕະພັນໃໝ່ທີ່ຈະກ້າວເຂົ້າສູ່

ການຂຸດຄົ້ນກໍຍັງບໍ່ທັນມີ. ສຳລັບສົກປີຜ່ານມາ ການຜະລິດແຮ່ຄຳໄດ້ 30,01 ໂຕນ ທຽບໃສ່ສົກປີ 2012 – 2013

ປະລິມານການຜະລິດ ເພີ່ມຂຶ້ນຫລາຍກວ່າ 36,8% ແຕ່ ໃນດ້ານລາຄາແມ່ນຫລຸດລົງ 29,15%; ການຜະລິດທອງ

ແຜ່ນ ເຊໂປນໄດ້ 87,02 ໂຕນ ຫລຸດລົງ 1,36% ໃນດ້ານ ລາຄາຫລຸດລົງ 10,65%; ທອງຝຸ່ນພູເບ້ຍຜະລິດໄດ້

338.413 ໂຕນເພີ່ມຂຶ້ນ 12,76%, ແຕ່ດ້ານລາຄາແມ່ນເພີ່ມຂຶ້ນ 0,79%; ຖ່ານຫີນແອນຕາໄຊ ຂຸດຄົ້ນໄດ້ 125.894

ໂຕນ ຫລຸດລົງ 37,27% ແລະ ໂປຕາສ ຜະລິດໄດ້ 236.290 ໂຕນ ທຽບ ໃສ່ສົກປີ 2012-2013 ຫລຸດລົງ 61,3% ແລະ

ແຮ່ທາດອື່ນໆ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...