Homeຂ່າວພາຍ​ໃນ2019 ລັດຖະບານຈະບໍ່ຍືມເງິນຕ່າງປະເທດເພື່ອຊໍາລະດອກເບ້ຍໜີ້ສິນ

2019 ລັດຖະບານຈະບໍ່ຍືມເງິນຕ່າງປະເທດເພື່ອຊໍາລະດອກເບ້ຍໜີ້ສິນ

Published on

ໃນຕອນບ່າຍວັນທີ 6 ມິຖຸນາ 2019 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດຫຼາຍບັນຫາສຳຄັນ ໃນນັ້ນ ແມ່ນໄດ້ຊີ້ແຈງບັນຫາກ່ຽວກັບຄວາມຄືບໜ້າໃນການແກ້ໄຂບັນຫາໜີ້ສາທາລະນະ ໂດຍສະເພາະໜີ້ພາຍໃນ ແລະ ຕ່າງປະເທດ ລວມເຖິງກົນໄກໃນການແກ້ໄຂ ຊຶ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນ.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີໄດ້ຊີ້ແຈງກ່ຽວກັບຄວາມຄືບໜ້າໃນການແກ້ໄຂບັນຫາໜີ້ສາທາລະນະ ຊຶ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນນານ ສົ່ງຜົນໜີ້ສິນຢູ່ໃນລະດັບສູງພໍສົມຄວນ ແນວໃດກໍຕາມ ລັດຖະບານກໍໄດ້ມີຄວາມພະຍາຍາມໃນການແກ້ໄຂຊຳລະໃຫ້ທັນຕາມກຳນົດເວລາ ສ່ວນໜີ້ໂຄງການລົງທຶນຂອງລັດຜ່ານມາກໍໄດ້ມີຫຼາຍມາດຕະການໃນການແກ້ໄຂ ດ້ວຍການອ່ວຍໜີ້ສາມແຈ ດ້ວຍການຂຶ້ນແຜນງົບປະມານປົກກະຕິເພື່ອຊຳລະໜີ້ລົງທຶນ ເຮັດໃຫ້ມີການຫຼຸດຜ່ອນໜີ້ສິນໄດ້ຈຳນວນໜຶ່ງ ພ້ອມນີ້ ກໍໄດ້ມີນະໂຍບາຍຈຳກັດການກໍ່ສ້າງໂຄງການໃໝ່ ໂຄງການທີ່ເຫັນວ່າຍັງບໍ່ທັນມີຄວາມຈຳເປັນຮີບດ່ວນ ແລະ ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດໂຄງການທີ່ຍັງບໍ່ທັນສຳເລັດ ໂດຍໄດ້ມີການກວດກາຄືນມູນຄ່າໂຄງການທີ່ເຫັນວ່າບໍ່ສົມເຫດສົມຜົນ ຊຶ່ງໄດ້ເຮັດໃຫ້ໜີ້ສິນຫຼຸດລົງຈຳນວນໜຶ່ງແຕ່ກໍຍັງຢູ່ໃນລະດັບສູງ.

ສ່ວນມາດຕະການໜີ້ສິນຂອງຕ່າງປະເທດນັ້ນ ລັດຖະບານກໍໄດ້ພະຍາຍາມຊອກລາຍຮັບເພື່ອມາຊຳລະໃນແຕ່ລະປີ ສຳລັບການຊຳ ລະດອກເບ້ຍແມ່ນໄດ້ເອົາແຫຼ່ງທຶນພາຍໃນ ແຕ່ສຳລັບຕົ້ນທຶນແຕ່ລະໄລຍະແມ່ນຊອກຫາແຫຼ່ງດຸ່ນດ່ຽງມາຕື່ມເພື່ອຊຳລະ ທັງນີ້ ໃນປີ 2019 ລັດຖະບານຈະບໍ່ຢືມເງິນຕ່າງປະເທດມາຊຳລະດອກເບ້ຍໜີ້ ແຕ່ຈະເອົາຢູ່ພາຍໃນ ຖ້າຫາກຂາດດຸນກໍຈະລະດົມແຫຼ່ງທຶນຈາກພາຍໃນດ້ວຍການຂາຍພັນທະບັດ ແລະ ລະດົມແຫຼ່ງທຶນພາຍໃນຕ່າງໆເພື່ອມາຊຳລະໜີ້ ປີ 2020 ເປັນຕົ້ນໄປຈະໃຫ້ລາຍຮັບ ແລະ ລາຍຈ່າຍພາຍໃນໃຫ້ດຸ່ນດ່ຽງກັນ ແລະ ບໍ່ໃຫ້ມັນຂາດດຸນອີກ ໝາຍຄວາມວ່າຮັບເທົ່າໃດຕ້ອງຂຶ້ນແຜນຈ່າຍເທົ່ານັ້ນ ໂດຍອີງຕາມລາຍຮັບ ຂະນະທີ່ປີ 2021-2022 ຂຶ້ນໄປພວກເຮົາຕ້ອງໄດ້ບຸກບືນເຮັດໃຫ້ລາຍຮັບເຫຼືອຈ່າຍ ເຫຼືອຈ່າຍພາຍໃນເທົ່າໃດກໍເອົາໄປຊຳລະຕົ້ນທຶນໜີ້ຕ່າງປະເທດໃຫ້ມັນຄ່ອຍໆຫຼຸດລົງ ສ່ວນວ່າການຈະກູ້ຢືມໃໝ່ນັ້ນຕ້ອງມີການຈຳກັດ ໂຄງການກູ້ຢືມໃໝ່ແມ່ນຈະກູ້ຢືມໂຄງການທີ່ມີລັກສະນະຜ່ອນຜັນສູງ ໄລຍະເວລາການຊຳລະຍາວ ແລະ ມີດອກເບ້ຍຕ່ຳບໍ່ເກີນ 1,5% ແລະ ມີໄລຍະຜ່ອນຜັນ 6-7 ປີ ສ່ວນໂຄງການທີ່ມີດອກເບ້ຍສູງແມ່ນຈະບໍ່ກູ້ຢືມຕໍ່ໄປອີກ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...