Homeຂ່າວຕ່າງປະເທດປະຊາຊົນ 9 ໃນ 10 ຂອງສິງກະໂປເຊື່ອ "ຕິດກ້ອງໃນລົດມີຜົນດີ"

ປະຊາຊົນ 9 ໃນ 10 ຂອງສິງກະໂປເຊື່ອ “ຕິດກ້ອງໃນລົດມີຜົນດີ”

Published on

ຜົນສຳຫຼວດຄວາມຄິດເຫັນຂອງຊາວສິງປະໂປທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປຈຳນວນ 1.000 ຄົນເມື່ອເດືອນມີນາທີ່ຜ່ານມາ ຊຶ່ງໄດ້ເປີດເຜີຍວ່າ ຊາວສິງກະໂປ 9 ໃນ 10 ຄົນເຫັນວ່າການຕິດກ້ອງໃນລົດເປັນສິ່ງທີ່ຈຳເປັນ ແລະ ສາມາດຊ່ວຍປົກປ້ອງຜົນປະ ໂຫຍດທັງຕໍ່ຜູ້ໂດຍສານ ແລະ ຄົນຂັບລົດໃນກໍລະນີເກີດອຸບັດເຫດ ຜິດຖຽງກັນ ຫຼື ເຫດການຕ່າງໆ.

ຂະນະທີ່ຊາວສິງກະໂປ 6 ໃນ 10 ເຫັນວ່າຄວນໃຫ້ລົດໂດຍສານ ລົດເຊົ່າ ແລະ ອື່ນໆ ຈຳເປັນຕ້ອງຕິດຕັ້ງກ້ອງບັນທຶກພາບໃນລົດ ແລະ ກ້ອງກໍຕ້ອງສາມາດບັນທຶກສຽງໄດ້ ເພື່ອນຳໃຊ້ປະໂຫຍດໃນທາງກົດໝາຍຫາກເກີດກໍລະນີຕ່າງໆ.

ທັງນີ້ ປະເພດລົດແທັກຊີ ລົດເຊົ່າ ແລະ ລົດລີມູຊີນໃນສິງກະໂປສາມາດຕິດຕັ້ງກ້ອງໜ້າໃນລົດຕາມຂໍ້ກຳນົດຂອງສຳນັກງານຂົນສົ່ງທາງບົກ ຫຼື (LTA) ແລະນັບແຕ່ປີ 2015 ເປັນຕົ້ນມາ ສະມາຄົມລົດແທັກຊີໃນສິງກະໂປໄດ້ປຸກລະດົມໃຫ້ຕິດກ້ອງໃນລົດເພື່ອໃຊ້ ເປັນຫຼັກຖານຫາກເກີດກໍລະນີຕ່າງໆ ໂດຍສະເພາະກໍລະນີຜິດຖຽງແລ້ວຜູ້ໂດຍສານບໍ່ຍອມຈ່າຍເງິນ.

ສ່ວນຄະນະກຳມະການຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງສິງກະໂປໄດ້ລະບຸຕື່ມວ່າ ຜູ້ໂດຍສານທີ່ບໍ່ປະສົງໃຫ້ມີການບັນທຶກພາບກໍສາມາດເລືອກທີ່ຈະບໍ່ໃຊ້ບໍລິການລົດຄັນໃດກໍຕາມທີ່ຕິດກ້ອງໃນລົດ ຂະນະທີ່ບໍລິສັດຜູ້ໃຫ້ບໍລິການ ແລະ ຄົນຂັບລົດຈະຕ້ອງປະຕິບັດຕາມກົດໝາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນ ແລະ ດຳເນີນມາດຕະການດ້ານຄວາມປອດໄພ ທັງນີ້ ກໍເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໂດຍສານ ແລະ ຖ້າຫາກຝ່າຝືນກໍຈະຖືກໃສ່ໂທດດ້ວຍການປັບໄໝເປັນເງິນເຖິງ 1 ລ້ານໂດລາສິງກະໂປ.

ຂະນະທີ່ລັດຖະມົນຕີຄົມມະນາຄົມຂອງສິງກະໂປກໍໄດ້ລະບຸວ່າ LTA ຈະນຳສະເໜີຜົນສຳຫຼວດດັ່ງກ່າວໄປປະກອບການພິຈາລະນາທົບທວນກົດລະບຽບກ່ຽວກັບການຕິດຕັ້ງກ້ອງໃນລົດຕໍ່ໄປ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ: AFP

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...