spot_img
Homeຂ່າວຕ່າງປະເທດ500 ກວ່າໂຮງງານອຸດສາຫະກໍາ (ໄມ້) ລະເມີດຄໍາສັ່ງເລກທີ 15/ນຍ

500 ກວ່າໂຮງງານອຸດສາຫະກໍາ (ໄມ້) ລະເມີດຄໍາສັ່ງເລກທີ 15/ນຍ

Published on

ພາຍຫຼັງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸລະກິດ ມາຮອດປັດຈຸບັນສາມາດຍຸບເລີກບັນດາໂຮງງານທີ່ລະເມີດຄໍາສັ່ງເລກທີ 15/ນຍ ໄດ້ຈໍານວນ 500 ກວ່າໂຮງງານ.

ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ໃນໂອກາດ ໄຂກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໂດຍທ່ານໄດ້ຍົກບາງສະພາບທີ່ພົ້ນເດັ່ນສຳລັບໄລຍະ 4 ເດືອນດັ່ງນີ້ ຜົນຜະລິດເຂົ້ານາແຊງບັນລຸໄດ້ປະມານ 453.230 ໂຕນ ເທົ່າກັບ 10,3% ຂອງແຜນການຜະລິດເຂົ້ານາແຊງ ສາລີອາຫານສັດປະມານ 30.000 ໂຕນ ເທົ່າກັບ 3% ຂອງແຜນການ ມັນຕົ້ນປະມານ 113.056 ໂຕນ ເທົ່າກັບ 4,9% ຂອງແຜນການ ການນໍາເຂົ້າ-ສົ່ງອອກບັນລຸໄດ້ 2.573 ລ້ານໂດລາ ເທົ່າກັບ 22,7% ຂອງແຜນການ ໃນນີ້ ການນໍາເຂົ້າໄດ້ປະມານ 1.217 ລ້ານໂດລາເທົ່າກັບ 21% ຂອງແຜນການ ການສົ່ງອອກ ປະຕິບັດໄດ້ 1.356 ລ້ານໂດລາ ເທົ່າກັບ 24,5 % ຂອງແຜນການ ການຄຸ້ມ ຄອງລາຄາສິນຄ້າແມ່ນປະຕິບັດໄດ້ດີ ເຮັດໃຫ້ລາຄາສິນຄ້າເໜັງຕີງຢູ່ໃນລະດັບປົກກະຕິ ແລະ ສົມເຫດສົມຜົນ ໂດຍສະເພາະໃນໄລຍະເທສະການຕ່າງໆ ການຈໍລະຈອນສິນຄ້າສາມາດໄປທົ່ວເຖິງໃນຂອບເຂດທົ່ວປະເທດ ຊຶ່ງມີມູນຄ່າທັງໝົດ 15.500 ຕື້ກີບທຽບໃສ່ແຜນປີປະຕິບັດໄດ້ 23,8% ສໍາລັບການຄຸ້ມຄອງລາຄາສິນຄ້າໄດ້ດຳເນີນໄປຄຽງຄູ່ກັບການສົ່ງເສີມອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຕິດພັນກັບການຂະຫຍາຍຕະຫຼາດສົ່ງອອກຂອງ ສປປ ລາວ ພາກພື້ນ ແລະ ສາກົນ ສາມາດບັນລຸມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 3.240 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 26,1% ພ້ອມນີ້ ລັດຖະບານຍັງໄດ້ສົ່ງເສີມ ການຜະລິດເປັນສິນຄ້າຕິດພັນກັບຕະຫຼາດ ໂດຍສ້າງຍີ່ຫໍ້ສິນຄ້າຂອງ ສປປ ລາວ ໃນນັ້ນ ອັນພົ້ນເດັ່ນແມ່ນການອອກໃບອະນຸຍາດ ໃຫ້ແກ່ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຈໍານວນ 6 ຫົວໜ່ວຍ 18 ຜະລິດຕະພັນ ມາຮອດປັດຈຸບັນລວມທັງໝົດ 171 ຫົວໜ່ວຍ ແລະ 647 ຜະລິດຕະພັນ ສ່ວນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ນັ້ນໄດ້ລົງກວດກາການລະເມີດ ແລະ ຍຸບເລີກໂຮງງານທີ່ຜິດລະບຽບ ບໍ່ໄດ້ມາດຕະຖານ ເຮັດໃຫ້ສາມາດຫຼຸດຈໍານວນໂຮງງານອຸດສາຫະກໍາໄມ້ລົງເຫຼືອ 1.086 ໂຮງງານ ຈາກຈໍານວນ 1.595 ເມື່ອປີ 2016 ພ້ອມນີ້ ກໍສາມາດສົ່ງເສີມການຜະລິດພາຍໃນ ແລະ ສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບທັງໝົດຈໍານວນ 140.800 ແມັດກ້ອນ ມູນຄ່າປະມານ 71,8 ລ້ານໂດລາ ດ້ານພະລັງງານ ແລະ ບໍ່ແຮ່ ແມ່ນສາມາດຜະລິດກະແສໄຟຟ້າໄດ້ 7.590 ລ້ານກິໂລວັດໂມງ ມູນຄ່າປະມານ 3.750 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 2,3% ໃນນີ້ ສົ່ງອອກຕ່າງປະເທດ 5.740 ລ້ານກິໂລວັດໂມງ ທຽບໃສ່ໄລຍະດຽວປີຜ່ານມາຫຼຸດລົງ 7,7% ເທົ່າກັບ 23% ຂອງແຜນການ ມູນຄ່າ 334 ລ້ານໂດລາ ເທົ່າກັບ 23% ຂອງແຜນການ ຜະລິດແຮ່ທາດໄດ້ 3.199 ຕື້ກີບ ເທົ່າກັບ 26,9% ຂອງແຜນການ ນອກຈາກນີ້ ການສົ່ງເສີມການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດຢູ່ສູນກາງ ແລະ ທ້ອງຖິ່ນ ສາມາດບັນລຸໄດ້ ຈໍານວນ 1.266 ໂຄງການ ດ້ວຍທຶນຈົດທະບຽນ 4.735 ລ້ານໂດລາສະຫະລັດ ການຄຸ້ມຄອງເງິນຕາດຳເນີນໄປຢ່າງຮັດກຸມສົມຄວນ ແລະ ສາມາດຮັກສາໄດ້ ອັດຕາເງິນເຟີ້ສະເລ່ຍໃນລະດັບ 1,5% ປະລິມານເງິນ (M2) ຢູ່ໃນລະດັບ 9% ເງິນກີບ ທຽບເງິນໂດລາ ສະເລ່ຍອ່ອນຄ່າ 0,4 % ແລະ ເງິນກີບທຽບກັບເງິນບາດ ອ່ອນຄ່າ 3,4% ທຽບໃສ່ທ້າຍປີຜ່ານມາ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະ ຕະຫຼາດ ສໍາລັບເງິນກີບທຽບໃສ່ເງິນໂດລາ ສະເລ່ຍຢູ່ໃນລະດັບ 1,7% ແລະ ເງິນກີບທຽບໃສ່ເງິນບາດ ສະເລ່ຍຢູ່ໃນລະດັບ 0,4% ຂະນະທີ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ດຳເນີນໄປຕາມແຜນການເປັນຕົ້ນແມ່ນໂຄງການກໍ່ສ້າງທາງດ່ວນ (ໄລຍະທີ 1) ແຕ່ນະຄອນຫຼວງວຽງຈັນ-ວັງວຽງ ຄວາມຍາວ 109 ກີໂລແມັດ ປັດຈຸບັນປັກຫຼັກໝາຍເຂດນະຄອນຫຼວງວຽງຈັນໄດ້ 80% ແລະ ຊົດເຊີຍສິ່ງກີດຂວາງໄດ້ 3,6 ກີໂລແມັດ ການກໍ່ສ້າງທາງລົດໄຟລາວ-ຈີນ ປະຕິບັດໄດ້ 64,2% ຊົດເຊີຍສິ່ງກີດຂວາງມາຮອດໄລຍະ 3 ເດືອນຕົ້ນປີໄດ້ 851,53 ຕື້ກີບ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...