Homeຂ່າວຕ່າງປະເທດທະນາຄານໂລກປັບຫຼຸດການຂະຫຍາຍຕົວເສດຖະກິດໂລກເຫຼືອ 2,6%

ທະນາຄານໂລກປັບຫຼຸດການຂະຫຍາຍຕົວເສດຖະກິດໂລກເຫຼືອ 2,6%

Published on

ເວິລແບັງ (World bank) ຄາດຄະເນໂຕເລກເສດຖະກິດໂລກໃນປີ 2019 ຫຼຸດລົງເຫຼືອ 2,6% ຈາກທີ່ເຄີຍຄາດຄະເນວ່າຈະຂະຫຍາຍຕົວໃນລະດັບ 2,9% ຈາກຜົນກະທົບດ້ານການຄ້າ ພາວະເຄັ່ງຕຶງດ້ານການເງິນທີ່ເກີດຂຶ້ນທົ່ວໂລກ ລວມເຖິງການຢຸດນິ້ງຂອງເສດຖະກິດໃນບັນດາປະເທດຂະໜາດໃຫຍ່.

ສ່ວນໃນປີ 2020 ທະນາຄານໂລກໄດ້ຄາດຄະເນວ່າ ການຂະຫຍາຍຕົວຂອງເສດຖະກິດໂລກຈະຢູ່ທີ່ລະດັບ 2,7% ເນື່ອງຈາກວ່າເສດຖະກິດໂລກພວມຜະເຊີນກັບຄວາມບໍ່ແນ່ນອນດ້ານນະໂຍບາຍຊຶ່ງລວມເຖິງຂໍ້ຂັດແຍ່ງທີ່ເກີດຂຶ້ນໃນຫຼາຍປະເທດ ລວມເຖິງການລົງທຶນກໍຢຸດນິ້ງຈາກຄວາມເຊື່ອໝັ້ນທີ່ຫຼຸດລົງ.

ຂະນະທີ່ ທ່ານ ເດວິດ ມັລພາສ ປະທານທະນາຄານໂລກກ່າວວ່າ ທ່າອຽງເສດຖະກິດໂລກທັງໃນໄລຍະສັ້ນ ແລະ ໄລຍະຍາວກຳລັງຜະເຊີນກັບອຸປະສັກຫຼາຍດ້ານ ສ່ວນຄວາມສ່ຽງທີ່ອາດເຮັດໃຫ້ເສດຖະກິດໂລກຜະເຊີນພາວະຖອຍຫຼັງກໍຄື ກຳແພງການຄ້າທີ່ສູງຂຶ້ນ ໜີ້ສິນຂອງລັດຖະບານທີ່ເພີ່ມຂຶ້ນ ແລະ ການຢຸດນິ້ງທີ່ເພີ່ມຂຶ້ນຂອງປະເທດເສດຖະກິດຂະໜາດໃຫຍ່.

ທັງນີ້ ທະນາຄານໂລກໄດ້ຄາດຄະເນວ່າ ການຂະຫຍາຍຕົວຂອງປະເທດໃນກຸ່ມຕະຫຼາດເກີດໃໝ່ ແລະ ກຸ່ມປະເທດກຳລັງພັດທະນາຈະລົງມາຢູ່ທີ່ລະດັບ 4% ໃນປີ 2019 ຊຶ່ງເປັນລະດັບຕ່ຳສຸດໃນຮອບ 4 ປີ ຂະນະທີ່ຫຼາຍປະເທດກຳລັງຮັບມືກັບຜົນກະທົບຂອງພາວະຄົງທີ່ດ້ານການເງິນ ແລະ ຄວາມບໍ່ແນ່່ນອນດ້ານນະໂຍບາຍ ແຕ່ວ່າການຂະຫຍາຍຕົວຂອງປະເທດເຫຼົ່ານີ້ຈະປັບຂຶ້ນຢູ່ທີ່ລະດັບ 4,6% ໃນປີ 2020.

ສ່ວນການຂະຫຍາຍຕົວໃນປະເທດກຸ່ມພັດທະນາແລ້ວຈະຫຼຸດລົງສູ່ລະດັບ 1,7% ໃນປີນີ້ ໂດຍຄາດວ່າເສດຖະກິດເອີຣົບຈະຂະ    ຫຍາຍຕົວໃນລະດັບ 1,2% ຂະນະທີ່ເສດຖະກິດຂອງອາເມຣິກາຄາດວ່າຈະຫຼຸດລົງມາຢູ່ທີ່ລະດັບ 2,5% ໃນປີນີ້ເຊັ່ນກັນ ແລະ ຈະຫຼຸດລົງມາຢູ່ທີ່ລະດັບ 1,7 ໃນປີ 2020 ສ່ວນເສດຖະກິດຂອງ ສປ ຈີນ ຄາດວ່າຈະຂະຫຍາຍຕົວໃນປີນີ້ຢູ່ທີ່ລະດັບ 6,2%.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: mgronline

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...