Homeຂ່າວພາຍ​ໃນເປີດໂຮງສາຍຮູບເງົາ "ຊິຕີ ເພຣັກ" ຢ່າງເປັນທາງການ

ເປີດໂຮງສາຍຮູບເງົາ “ຊິຕີ ເພຣັກ” ຢ່າງເປັນທາງການ

Published on

ບໍລິສັດຄາຍເຊັນ ໄດ້ເປີດໂຮງສາຍຮູບເງົາ ຊິຕີ ເພຣັກ (City Plex) ຢ່າງເປັນທາງການເມື່ອວັນທີ 5 ມິຖຸນາ 2019 ທີ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທັງນີ້ City Plex ເປັນໂຮງຮູບເງົາທີ່ມີຄວາມທັນສະໄໝ ຮັບປະກັນຄວາມປອດໄພ ສະອາດ  ແລະ ໄດ້ມາດຕະຖານສາກົນ.

ທ່ານ ນາງ ລະອຽດ ຈຸນລະມຸນຕຣີ ປະທານບໍລິສັດຄາຍເຊັນ ກ່າວວ່າ ໂຮງສາຍຮູບເງົາ ຊິຕີ ເພຣັກ ມີທັງໝົດ 3 ຊັ້ນ ມີ 3 ຫ້ອງ ຊຶ່ງແຕ່ລະຫ້ອງສາມາດບັນຈຸຄົນໄດ້  70-100 ຄົນ ລວມມີສິ່ງອຳນວຍຄວາມສະດວກຄົບຊຸດ ມີສະະຖານທີ່ຈອດລົດ (ລົດຈັກ-ລົດໃຫຍ່) ທີ່ກວ້າງຂວາງ ມີຈຸດບໍລິການອາຫານ ແລະ ເຄື່ອງດື່ມ ມີບ່ອນນັ່ງຫຼິ້ນ ໂດຍລາຄາເລີ່ມຕົ້ນແມ່ນ 16.000-40.000 ກີບເທົ່ານັ້ນ.

ນອກນັ້ນ ຍັງມີໂປຣໂມເຊິນ ແຈກແຖມຫຼາຍຢ່າງໄປຈົນເຖິງທ້າຍເດືອນນີ້ ພ້ອມນີ້ ໂຮງສາຍຮູບເງົາຊິຕີ ເພຣັກ ໄດ້ນໍາເອົາຮູບເງົາຫຼາຍເລື່ອງຫຼາຍອາລົມທີ່ໄດ້ຮັບຄວາມນິຍົມໃນລະດັບໂລກເຂົ້າມາ ໃນນີ້ ແມ່ນຈະສາຍຮູບເງົາ 12-15 ຮອບຕໍ່ມື້ ເລີ່ມແຕ່ເວລາ 10:30-22:00 ໂມງເປັນຕົ້ນໄປ.

ທ່ານປະທານບໍລິສັດຄາຍເຊັນກ່າວຕື່ມວ່າ ຈຸດປະສົງຂອງການສ້າງໂຮງສາຍຮູບເງົາດັ່ງກ່າວກໍເພື່ອແນໃສ່ໃຫ້ໄວໜຸ່ມ ນັກຮຽນນັກສຶກສາທີ່ເຂົ້າມາເບິ່ງຮູບເງົາໄດ້ຮູ້ຈັກ ແລະ ສຳຜັດເຖິງວັດທະນະທຳທີ່ຫຼາກຫຼາຍເພື່ອນຳໄປພັດທະນາໃຫ້ເກີດປະໂຫຍດທັງຕໍ່ຕົນເອງ ແລະ ສັງຄົມກໍຄືປະເທດຊາດ ທັງເປັນການສົ່ງເສີມທາງດ້ານວັດທະນະທຳໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນອີກດ້ວຍ.

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...