spot_img
Homeຂ່າວພາຍ​ໃນເປີດຄ້າຍນັກຮຽນອາຊຽນຄັ້ງທີ III ຢູ່ ສປປ ລາວ

ເປີດຄ້າຍນັກຮຽນອາຊຽນຄັ້ງທີ III ຢູ່ ສປປ ລາວ

Published on

ມະຫາວິທະຍາ​ໄລ​ແຫ່ງ​ຊາດ ໂຮງຮຽນ​ພອນ​ສະຫວັນ-ຊົນ​ເຜົ່າກຽ​ມມະຫາວິທະຍາ​ໄລ ຮ່ວມ​ກັບ​ໂຮ​ງຮຽນ​ກຽດຕິ​ສັກ​ນາໆ​ຊາດ ຕາງໜ້າໃຫ້ລັດຖະບານລາວເປັນເຈົ້າພາບຈັດ​ກິດຈະກຳ​ເປີດ​ຄ້າຍ​ນັກຮຽນ​ອາ​ຊຽນ (​ຍາມ​ພັກ​ແລ້ງ) ຄັ້ງ​ທີ III ຢູ່ ສປປ ລາວ ​ໃນ​ລະຫວ່າງ​ວັນ​ທີ 3-7 ມິຖຸນາ 2019  ຊຶ່ງມີ​ນັກຮຽນ​ຫຼາຍ​ກວ່າ 60 ຄົນ ຈາກ 7 ປະ​ເທດ​ອາ​ຊຽນເຂົ້າ​ຮ່ວມ.

ພິທີ​ດັ່ງຈັດຂຶ້ນເມື່ອວັນທີ 4 ມິຖຸນາ 2019 ຢູ່​ສວນ​ພຸ​ໄທທີລະ ​ເມືອງ​ໄຊເສດຖາ ນະຄອນຫຼວງ​ວຽງ​ຈັນ ​ໂດຍການເປັນປະທານຂອງ ​ທ່ານ ພຸດ ສີມມາລາ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂອກາດດັ່ງກ່າວ ທ່ານ ຄຳ​ພຸດ ພົມມະ​ສອນ ຜູ້ອຳ​ນວຍ​ການໂຮງຮຽນ​ພອນ​ສະຫວັນ-ຊົນ​ເຜົ່າ ກຽ​ມມະຫາວິທະຍາ​ໄລກ່າວ​ວ່າ ການເປີດຄ້າຍນັກຮຽນອາຊຽນຢູ່ ສປປ ລາວ ໃນຄັ້ງນີ້ ມີນັກຮຽນຊັ້ນມັດທະຍົມ ແລະ ກຽມມະຫາວິທະຍາໄລຈາກ 7 ປະເທດອາຊຽນ ເຂົ້າຮ່ວມຄື ສປປ ລາວ ສສ ຫວຽດນາມ ໄທ ມາເລເຊຍ ມຽນມາ ຟີລິບປິນ ແລະ ສິງກະໂປ ຊຶ່ງບັນດານັກຮຽນຈາກປະເທດອາຊຽນ ຈະ​ໄດ້​ຮຽນ​ຮູ້​ ​ແລະ ແລກປ່ຽນ​ວັດທະນະທຳ ​ລວມເຖິງຮຽນ​ຮູ້​ວິ​ຖີການ​ດຳລົງ​ຊີວິດ ຮີດຄອງ​ປະ​ເພນີ ການພັດທະນາທາງດ້ານການທ່ອງທ່ຽວ ດ້ານກະສິກຳ ແລະ ດ້ານອື່ນໆ  ພ້ອມນີ້ ກໍໄດ້ໄປທັດສະນະສຶກສາຢູ່ສະຖານທີ່ທ່ອງທ່ຽວທາງທຳມະຊາດ ປະຫວັດສາດ ແລະ ວັດທະນະທຳຢູ່ນະຄອນຫຼວງວຽງຈັນ.

ພ້ອມນີ້ ກໍໄດ້ຈັດພິທີບາສີສູ່ຂວັນໃຫ້ພອນແກ່ນ້ອງນັກຮຽນ ແລະ ຄະນະຜູ້ແທນຈາກບັນດາປະເທດອາຊຽນທີ່ເຂົ້າຮ່ວມເພື່ອເປັນການເຜີຍແຜ່ຮີດຄອງປະເພນີດີງາມຂອງຊາດລາວທີ່ເຄີຍປະຕິບັດກັນມາແຕ່ບູຮານການໃຫ້ບັນດາປະເທດສະມາຊິກອາຊຽນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ທັງເປັນການປະກອບສ່ວນຮັດແໜ້ນການພົວພັນຮ່ວມມືລະຫວ່າງ ສປ ປ ລາວ ກັບບັນດາປະເທດອາຊຽນໃຫ້ໄດ້ຮັບການພັດທະນາໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...