spot_img
Homeຂ່າວພາຍ​ໃນສ້າງສະຖິຕິໂລກດ້ວຍນິ້ວມືພຽງນິ້ວດຽວ

ສ້າງສະຖິຕິໂລກດ້ວຍນິ້ວມືພຽງນິ້ວດຽວ

Published on

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອທ້າຍເດືອນພຶດສະພາຜ່ານມາກ່ຽວກັບການສ້າງສະຖິຕິໂລກ ຫຼື ກິນເນສ ເວິລ ເຣັກຂອດ ເມື່ອຊາຍທີ່ມີຊື່ວ່າ ແດນ ສະເປນເຊີຣ ພະນັກງານໄວ 33 ປີຂອງຮ້ານຣິສັນໃນເມືອງໄບຣຕັນ ປະເທດອັງກິດ ເມື່ອ ແດນ ກາຍເປັນເຈົ້າຂອງສະຖິຕິໂລກຄົນໃໝ່ໃນກິນເນສບຸກທີ່ສາມາດໃຊ້ນິ້ວມືພຽງນິ້ວດຽວໝຸນເບາະຮອງນັ່ງໄດ້ດົນເຖິງ 18 ນາທີ 14 ວິນາທີ ຊຶ່ງທຳລາຍສະຖິຕິເກົ່າທີ່ເຄີຍມີຄົນເຮັດໄດ້ກ່ອນໜ້ານີ້ຄື 15 ນາທີ 7 ວິນາທີ.

ຂະນະທີ່ ແດນ ໄດ້ເລົ່າວ່າ ຕົນເອງມັກເບາະຮອງນັ່ງມາໝຸນຫຼິ້ນເປັນປະຈຳລະຫວ່າງນັ່ງເບິ່ງໂທລະພາບຕັ້ງແຕ່ອາຍຸ 10 ປີ ທັງນີ້ ເບື້ອງຫຼັງຄວາມສຳເລັດຂອງ ແດນ ກໍຈະເກີດຂຶ້ນບໍ່ໄດ້ຖ້າຫາກບໍ່ມີພັນລະຍາທີ່ຮູ້ໃຈ ຄອຍໃຫ້ກຳລັງໃຈ ແລະ ຢູ່ຄຽງຂ້າງຕະຫຼອດມາ ແລະ ກໍເປັນພັນລະຍາຂອງລາວທີ່ເປັນມືກ້ອງຖ່າຍຄລິບວິດິໂອທີ່ທຳລາຍສະຖິຕິໂລກໃນຄັ້ງນີ້ ແລະ ອີກໜຶ່ງແຮງບັນດານໃຈທີ່ຊ່ວຍໃຫ້ ແດນ ສະເປນເຊີຣ ມີຄວາມມຸ່ງໝັ້ນຈົນປະສົບຄວາມສຳເລັດນັ້ນກໍຄື ແດນ ຕ້ອງການລະດົມທຶນໃຫ້ແກ່ອົງການ ການກຸສົນທີ່ມີຊື່ວ່າ ໄກ ດັອກ (Guide Dogs).

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: www.theargus.co.uk 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...