Homeນານາສາລະຈອດລົດຕັນທາງລ້ຽວຂວາ ອີກໜຶ່ງສາເຫດທີ່ເຮັດໃຫ້ການຈະລາຈອນແອອັດ

ຈອດລົດຕັນທາງລ້ຽວຂວາ ອີກໜຶ່ງສາເຫດທີ່ເຮັດໃຫ້ການຈະລາຈອນແອອັດ

Published on

ລົດຕິດໃນເມືອງຫຼວງໂດຍສະເພາະໃນຊ່ວງເວລາໂມງເຂົ້າການ-ເລີກການ ຫຼື ໃນຍາມມີບຸນເທສະການຕ່າງໆເປັນບັນຫາທີ່ແກ້ໄຂໄດ້ຍາກ ຊຶ່ງເກີດຈາກຫຼາຍປັດໄຈເຊັ່ນ 1. ຈຳນວນທີ່ເພີ່ມຂຶ້ນ 2. ເສັ້ນທາງບາງເສັ້ນຍັງແຄບ ແລະ ເສັ້ນດຽວແບ່ງເປັນສອງເລນ ແລະ 3. ລົດຄັນທີ່ຕ້ອງການໄປທາງຊື່ຜັດຈອດລົດຕັນທາງລ້ຽວຂວາ.

ຫຼາຍຄັ້ງທີ່ຜູ້ຂຽນພົບເຫັນລົດທີ່ຕ້ອງການໄປທາງຊື່ແຕ່ຈອດຕັນທາງລ້ຽວຂວາໃນເວລາຕິດໄຟອຳນາດ ແລະ ເຮັດໃຫ້ລົດຄັນທີ່ຕ້ອງການລ້ຽວຂວານຕ້ອງໄດ້ຢຸດລໍໃຫ້ໄຟຂຽວເປີດເພື່ອໃຫ້ລົດຄັນທາງໜ້າເຄື່ອນຕົວອອກໄປ ກໍລະນີດັ່ງກ່າວເຮັດໃຫ້ລົດຄັນທີ່ຕ້ອງການລ້ຽວຂວາຕ້ອງຈອດລໍຖ້າຈົນກວ່າຈະເຖິງເວລາໄຟຂຽວ ເລື່ອງນີ້ອາດເບິ່ງຄືວ່າເປັນເລື່ອງເລັກໆນ້ອຍໆ ແຕ່ຫາກເບິ່ງຕາມຄວາມເປັນຈິງແລ້ວມັນກໍເປັນເລື່ອງທີ່ບໍ່ຄວນເບິ່ງຂ້າມ ຊຶ່ງອາດເປັນອີກໜຶ່ງສາເຫດທີ່ເຮັດໃຫ້ການລະບາຍລົດຢູ່ໃນຖະໜົນເກີດຕິດຂັດ ເຮັດໃຫ້ລະບາຍບໍ່ໄດ້ດີເທົ່າທີ່ຄວນ ແລະ ກາຍເປັນການສະສົມລົດໃຫ້ອັ່ງຢູ່ໃນເສັ້ນທາງ ແລະ ຍິ່ງເຮັດໃຫ້ລົດຕິດກວ່າເກົ່າ.

ແນ່ນອນວ່າ ບັນຫາລົດຕິດ ຫຼື ບັນຫາຄົນຈອດລົດຕັນທາງລ້ຽວຂວາໃນທາງເລນດຽວ ຫຼື ໃນທາງຫຼາຍເລນ ຖືເປັນເລື່ອງທີ່ແກ້ໄຂໄດ້ຍາກເນື່ອງຈາກວ່າທຸກຄົນລ້ວນມີຄວາມຕ້ອງການທີ່ຈະຢູ່ທາງໜ້າເພື່ອຈະໄດ້ໄປທັນເວລາໄຟຂຽວເປີດ ແຕ່ການກະທຳນີ້ເບິ່ງໃນອີກມຸມໜຶ່ງກໍເປັນຄວາມເຫັນແກ່ຕົວຂອງ (ບາງຄົນ) ເພາະພຽງເລື່ອງເລັກນ້ອຍທີ່ທ່ານເບິ່ງຂ້າມມັນອາດເຮັດໃຫ້ຄົນອື່ນເດືອດຮ້ອນ ຫຼື ສ້າງຄວາມເສຍຫາຍໄດ້ເຊັ່ນ ກັນ.

ທັງນີ້ ທາງລ້ຽວຂວາທີ່ບໍ່ສົມຄວນຈອດລົດຕັນທີ່ສຸດໃນເວລາຕິດໄຟແດງແມ່ນທາງລ້ຽວຂວາທີ່ຈະໄປສູ່ໂຮງໝໍ ເພາະມັນອາດກີດຂວາງທາງສັນຈອນຂອງລົດໂຮງໝໍທີ່ຈະຜ່ານມາໄດ້ທຸກເມື່ອ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງມີສະຕິໃນການຈອດລົດເວລາຕິດໄຟອຳນາດທຸກຄັ້ງ ພະຍາຍາມຫຼີກເວັ້ນການຈອດຕັນທາງລ້ຽວຂວາໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

ບົດຄວາມນີ້ບໍ່ໄດ້ຂຽນມາເພື່ອວິຈານການກະທຳຂອງໃຜ ແຕ່ມີເຈດຕະນາຂຽນຂຶ້ນເພື່ອໃຫ້ທຸກຄົນຄຳນຶງເຖິງການໃຊ້ເສັ້ນທາງຮ່ວມກັນ ຫຼີກເວັ້ນການເຮັດໃຫ້ຄົນອື່ນເດືອດຮ້ອນຖືເປັນສ່ວນໜຶ່ງໃນການຊ່ວຍຫຼຸດບັນຫາລົດຕິດຮ່ວມນຳກັນ.

ຂຽນໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...