Homeຂ່າວພາຍ​ໃນບໍລິສັດວຽງຈັນເຊັນເຕີຈົດທະບຽນເຂົ້າຕະຫຼາດຫຼັກຊັບລາວຢ່າງເປັນທາງການ

ບໍລິສັດວຽງຈັນເຊັນເຕີຈົດທະບຽນເຂົ້າຕະຫຼາດຫຼັກຊັບລາວຢ່າງເປັນທາງການ

Published on

ເມື່ອວັນທີ 31 ພຶດສະພາຜ່ານມາ ທີ່ຕະຫຼາດຫຼັກຊັບລາວ ໂດຍບໍລິສັດວຽງຈັນເຊັນເຕີ ລາວ ມະຫາຊົນ ໄດ້ເປີດຂາຍຮຸ້ນເປັນຄັ້ງທຳອິດໃນຕະຫຼາດຫຼັກຊັບລາວ ແລະ ກາຍເປັນບໍລິສັດທີ 10 ຂອງ ສປປ ລາວ ທີ່ໄດ້ຈົດທະບຽນເຂົ້າຕະຫຼາດຫຼັກຊັບ ໂດຍການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ມີບັນດາຜູ້ຖືຮຸ້ນ ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ວັນຄຳ ໄດ້ກ່າວວ່າ ສູນການຄ້າວຽງຈັນເຊັນເຕີລາວ ມະຫາຊົນ ຖືເປັນອີກໜຶ່ງສີສັນທີ່ຈະເຮັດໃຫ້ຕະຫຼາດທຶນຂອງລາວກ້າວສູ່ມິຕິໃໝ່ ລວມທັງເຮັດໃຫ້ບັນດານັກລົງທຶນມີໂອກາດ ແລະ ທາງເລືອກທີ່ຫຼາກຫຼາຍກວ່າເກົ່າ.

ທັງນີ້ ເມື່ອເດືອນພະຈິກ 2017 ບໍລິສັດໄດ້ເອົາຊັບສິນປະກອບເປັນທຶນສ້າງຕັ້ງບໍລິສັດ ວຽງຈັນເຊັນເຕີລາວ ມະຫາຊົນຂຶ້ນ ພ້ອມີ້ ກໍໄດ້ເລີ່ມວຽກງານການເຂົ້າຈົດທະບຽນທີ່ກ່ຽວຂ້ອງ ແລະ ມາຮອດທ້າຍປີ 2018 ບໍລິສັດໄດ້ຮັບໃບຢັ້ງຢືນການອອກຈຳໜ່າຍຮຸ້ນຈາກ ສຄຄຊ ມາຮອດວັນທີ 31 ພຶດສະພາ 2019 ບໍລິສັດໄດ້ສຳເລັດທຸກວຽກງານການກະກຽມຈົດທະບຽນ ແລະ ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວຢ່າງເປັນທາງການ ດ້ວຍຊື່ຫຍໍ້  “VCL”  ລະຫັດຫຼັກຊັບແມ່ນ A0001000.

ທັງນີ້ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະພາບໍລິຫານບໍລິສັດວຽງຈັນເຊັນເຕີລາວ ມະຫາຊົນ ໄດ້ກ່າວວ່າ ການດຳເນີນທຸລະກິດຂອງບໍລິສັດແມ່ນດຳເນີນໄປດ້ວຍດີ ແລະ ການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວກໍຖືເປັນໝາກຜົນຈາກການຮ່ວມ ມືລະຫວ່າງ 2 ບໍລິສັດ ລາວ-ຈີນ ຊຶ່ງໄດ້ສົ່ງເສີມການພັດທະນາດ້ານການຮ່ວມມືບັນລຸເປົ້າໝາຍ ຊຶ່ງພາຍຫຼັງທີ່ຈົດທະບຽນແລ້ວ ບໍລິສັດກໍຈະປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ຈະສືບຕໍ່ປະຕິບັດຢ່າງຕັ້ງໜ້າເພື່ອເພີ່ມມູນຄ່າໃຫ້ຊັບສິນ ແລະ ຜົນຕອບແທນທີ່ດີໃຫ້ແກ່ນັກລົງທຶນ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...