Homeຂ່າວພາຍ​ໃນເປີດງານວິຖີລາວສູ່ເດັກນ້ອຍລາວຢ່າງເປັນທາງການ

ເປີດງານວິຖີລາວສູ່ເດັກນ້ອຍລາວຢ່າງເປັນທາງການ

Published on

ເມື່ອທີ 27 ພຶດສະພາຜ່ານມາ ໂດຍບໍລິສັດ ມິສທີນ ກ້າວໜ້າລາວ ຈໍາກັດ ຮ່ວມກັບສູນຝາກຂາຍໂອດ໋ອບລາວ ແລະ ສູນການຄ້າ ວຽງຈັນເຊັນເຕີ ໄດ້ມີພິທີຖະແຫຼງຂ່າວການກະກຽມຈັດງານ “ວິຖີລາວສູ່ເດັກນ້ອຍລາວ” ພິທີດັ່ງກ່າວຈັດຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງວິໄລ ສີວິໄຊ ປະທານບໍລິສັດ ມິສທີນ ກ້າວໜ້າລາວ ຈໍາກັດ ທ່ານ ນາງ ອານິດ ສີວິໄຊ ຕາງໜ້າສູນຝາກຂາຍໂອດ໋ອບລາວ ມີຕາງໜ້າສູນການຄ້າວຽງຈັນເຊັນເຕີ ປະທານໂຄງການ ແຟຣ ແຟເຊິນລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ນາງ ອານິດ ໄດ້ກ່າວວ່າ ສຳລັບງານວິຖີລາວສູ່ເດັກນ້ອຍລາວ ແມ່ນຈະຈັດຂຶ້ນລະຫວ່າງວັນທີ 31 ພຶດສະພາຫາວັນທີ 2 ມິຖຸນາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ຊຶ່ງຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ( 1 ມິຖຸນາ) ພ້ອມນີ້ ກໍເພື່ອສົ່ງເສີມໃຫ້ຄົນລາວ ແລະ ຕ່າງປະເທດໄດ້ສໍາຜັດກັບຮູບແບບການດໍາລົງຊີວິດຂອງຄົນລາວໃນອະດີດທີ່ຖືເປັນມູນເຊື້ອ ແລະ ວັດທະນະທໍາຂອງຄົນລາວທີ່ສືບທອດມາແຕ່ສະໄໝບູຮານ.

ທັງນີ້ ໃນນາມສູນຝາກຂາຍໂອດ໋ອບພວກເຮົາກໍໄດ້ພະຍາຍາມທີ່ຈະເປັນສູນກາງໃນການຊ່ວຍຊຸກຍູ້ສົ່ງເສີມທຸລະກິດຫັດຖະກໍາຂອງລາວຜ່ານຫຼາກຫຼາຍຮູບແບບທີ່ເປັນເອກະລັກໃຫ້ຜູ້ປະກອບການໃໝ່ ຫຼື ຜູ້ປະກອບການຂະໜາດນ້ອຍໄດ້ເຂົ້າເຖິງຕະຫຼາດແບບທຽບເທົ່າກັນ ໂດຍສະເພາະຜູ້ທີ່ກຳລັງເລີ່ມເຮັດທຸລະກິດໃໝ່ ແລະ ກໍສາມາດນຳເອົາຜະລິດຕະພັນ ຫຼື ສິນຄ້າມາຝາກຂາຍກໍໄດ້ໄດ້ ໂດຍທາງສູນຈະຄິດໄລ່ ແລະ ແບ່ງປັນຜົນກໍາໄລທີ່ເປັນທໍາ ທັງນີ້ ກໍເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃຫ້ກັບສູນ ແລະ ຜູ້ປະກອບການ.

 ທັງນີ້ ບັນດາທ່ານທີ່ເຂົ້າຮ່ວມກໍຈະໄດ້ສໍາຜັດກັບກິດຈະກໍາຢ່າງຫຼາກຫຼາຍ ບໍ່ວ່າຈະເປັນການ ສານຕິບເຂົ້າ ຫວດເຂົ້າ ການຫຍິບຜ້າແພ ອິ້ວຟ້າຍ ດໍານາ ແລະ ອື່ນໆ ຊຶ່ງການສະໜັບສະໜູນງານຕ່າງໆທີ່ຜ່ານມາພວກເຮົາບໍ່ໄດ້ແນ່ໃສ່ແຕ່ພຽງການໂຄສະນາທາງການຄ້າເທົ່ານັ້ນ ແຕ່ພວກເຮົາເຫັນວ່າ ງານດັ່ງກ່າວຈະເປັນການຕໍ່ຍອດໃຫ້ບັນດານັກອອກແບບ ແລະ ຜູ້ຜະລິດສິນຄ້າໄດ້ສ້າງເຄືອຄ່າຍໃໝ່ໆ ແລະ ສາມາດເຂົ້າເຖິງຕະຫຼາດທີ່ກວ້າງຂຶ້ນ.

 

 

ຂ່າວ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...