Homeຂ່າວຕ່າງປະເທດລະວັງ! ພະຍາດທີ່ມາພ້ອມລະດູຝົນ

ລະວັງ! ພະຍາດທີ່ມາພ້ອມລະດູຝົນ

Published on

ໃນຊ່ວງລະດູຝົນຊຶ່ງເປັນຊ່ວງທີ່ອາກາດມີຄວາມເຢັນ ແລະ ຄວາມຊຸ່ມຊື່ນສູງ ຊຶ່ງສະພາວະອາກາດເຊັ່ນນີ້ສົ່ງຜົນໃຫ້ເຊື້ອພະຍາດສາ ມາດຈະເລີນເຕີບໂຕໄດ້ໄວ ແລະ ແຜ່ກະຈາຍໄດ້ງ່າຍ ອັນເປັນສາເຫດເຮັດໃຫ້ເກີດພະຍາດຕິດເຊື້ອຕ່າງໆ ໂດຍສະເພາະເດັກນ້ອຍຍິ່ງຕ້ອງລະວັງເປັນພິເສດ.

ໂດຍອ້າງຂໍ້ມູນຂອງຄະນະແພດຈາກໂຮງໝໍຊື່ດັງໄດ້ເປີດເຜີຍເມື່ອທ້າຍເດືອນພຶດ ສະພາຜ່ານມາກ່ຽວກັບພະຍາດທີ່ຈະມາພ້ອມກັບລະດູຝົນຊຶ່ງຫຼັກໆກໍຄື ໄຂ້ເລືອດອອກ ພະຍາດມື-ຕີນ ແລະ ພະຍາດໄຂ້ຫວັດໃຫຍ່ເຫຼົ່ານີ້ເປັນຕົ້ນ.

ທັງນີ້ ທີມແພດຊ່ຽວຊານກໍໄດ້ໃຫ້ຄຳແນະນຳກ່ຽວກັບການດູແລສຸຂະພາບໃນຊ່ວງລະດູຝົນ ໂດຍສະເພາະກໍແມ່ນເດັກນ້ອຍທີ່ພູມຕ້ານທານຍັງຕ່ຳ ດັ່ງນັ້ນ ຈິ່ງຕ້ອງເອົາໃຈໃສ່ດູແລເຂົາເຈົ້າເປັນພິເສດດ້ວຍການໃຫ້ເດັກຮັບປະທານອາຫານທີ່ດີມີປະໂຫຍດ ແລະ ມີສານອາຫານຄົບ 5 ໝູ່ ຮັບປະທານອາຫານທີ່ປຸງແຕ່ງສຸກໃໝ່ໆ ສົດ ແລະ ສະອາດ ໝັ່ນ ລ້າງມືໃຫ້ສະອາດເລື້ອຍໆ ຫຼີກເວັ້ນການຢູ່ໃນທີ່ຊຶ່ງມີຜູ້ຄົນແອອັດ ຫາກຈຳເປັນຕ້ອງໄປໃນທີ່ຊຶ່ງມີຄົນຈຳນວນຫຼາຍຄວນສວມໃສ່ໜ້າກາກອະນາໄມເພື່ອປ້ອງກັນ ຮັກສາສະພາບແວດລ້ອມພາຍໃນ ແລະ ນອກເຮືອນໃຫ້ສະອາດ ແລະ ປອດໄພ ແລະ ຖ້າຫາກລູກມີອາການຜິດປົກກະຕິເກີດຂຶ້ນຄວນຮີບພາໄປພົບແພດໂດຍດ່ວນ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...