Homeຂ່າວພາຍ​ໃນປະທານສະພາແຫ່ງຊາດ ຣາຊະອານາຈັກກໍາປູເຈຍ ຢ້ຽມຢາມ ສປປ ລາວ

ປະທານສະພາແຫ່ງຊາດ ຣາຊະອານາຈັກກໍາປູເຈຍ ຢ້ຽມຢາມ ສປປ ລາວ

Published on

ໃນ​ວັນ​ທີ 31 ພຶດສະພາ 2019 ທີ່​ຫໍປະຊຸມແຫ່ງ​ຊາດ​ ນະຄອນຫຼວງວຽງຈັນ ໄດ້​ມີ​ພິທີ​ຕ້ອນຮັບຢ່າງ​ເປັນ​ທາງ​ການ ​ແລະ ພົບປະ​ສອງ​ຝ່າ​ຍ​ລະຫວ່າງ ​ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສົມ​ເດັດ ອັກ​ຄະ​ມະຫາ ​ໂປ​​ເຢຍ ຈັກ​ກຣິ ​ເຮັງ​ຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງຣາຊະ​ອານາຈັກກໍ​າປູ​ເຈຍ ພ້ອມດ້ວຍຄະນະ​ ​ໃນ​ໂອກາດ​ທີ່ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 30 ພຶດສະພາຫາ 1 ມິຖຸນາ 2019.

ການ​ພົບ​ປະ​ສອງ​ຝ່າຍໃນຄັ້ງນີ້​ໄດ້ມີ​ການ​ແລກປ່ຽນ​ຄໍາ​ເຫັນ ​ແລະ ປຶກສາ​ຫາລື​ຮ່ວມກັນດ້ວຍ​ບັນຍາກາດ​ສາຍພົວພັນມິດຕະພາບ ການຮ່ວມມື ແລະ ຄວາມສາມັກຄີທີ່ດີຂອງປະຊາຊົນສອງຊາດກໍຄືສອງປະເທດ ພ້ອມນີ້ ສອງຝ່າຍຍັງໄດ້ຕິລາຄາສູງຕໍ່ການຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ສະພາແຫ່ງຊາດກໍາປູເຈຍ ລວມເຖິງທິດທາງການຮ່ວມມືໃນຕໍ່ໜ້າ ທັງນີ້ ສອງສະພາແຫ່ງຊາດແມ່ນສະເໜີໃຫ້ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຂອງສອງສະພາສະບັບປີ 2019 ໃຫ້ຕໍ່ເນື່ອງ ແລະ ມີຄຸນນະພາບ ທັງຍັງສະເໜີໃຫ້ມີການພົວພັນຮ່ວມມືລະຫວ່າງສະພາປະຊາຊົນຂັ້ນແຂວງທີ່ມີຊາຍແດນຕິດຈອດກັນເພື່ອແລກປ່ຽນບົດຮຽນກ່ຽວກັບການຈັກຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດນໍາກັນ.

ສໍາລັບການຮ່ວມມືດ້ານການຄ້າຂອງສອງຝ່າຍໃນປັດຈຸບັນເຫັນວ່າມີທ່າອ່ຽງຫຼຸລົງຄື ໃນປີ 2018 ມູນຄ່າການຄ້າມີ 17,8 ລ້ານໂດລາ ຖ້າທຽບໃສ່ມູນຄ່າການຄ້າໃນປີ 2012 ແມ່ນຫຼຸດລົງ 3 ລ້ານກວ່າໂດລາ ສ່ວນການຮ່ວມມືດ້ານການສຶກສາແມ່ນມີທ່າອຽງທີ່ດີ ໂດຍມີການແລກປ່ຽນທຶນການສຶກສາຂອງສອງລັດຖະບານໄດ້ເພີ່ມຂຶ້ນມາເປັນ 15 ທຶນຕໍ່ປີ ເລີ່ມແຕ່ປີ 2019 ເປັນຕົ້ນໄປ ພ້ອມທັງໄດ້ເພີ່ມເບັ້ຍລ້ຽງໃຫ້ນັກສຶກສາທັງສອງຝ່າຍ ນັບແຕ່ປີ 2016 ຈາກ 150 ໂດລາມາເປັນ 180 ໂດລາຕໍ່ເດືອນ.

​ໃນ​ວັນ​ດຽວ​ກັນ ສົມ​ເດັດ ອັກ​ຄະ​ມະຫາ ​ໂປ​​ເຢຍ ຈັກ​ກຣິ ​ເຮັງ​ຊໍາຣິນ ປະທານສະພາແຫ່ງຊາດແຫ່ງຣາຊະ​ອານາຈັກກໍ​າປູ​ເຈຍ ພ້ອມດ້ວຍຄະນະ​ ​ກໍ​ໄດ້​ເຂົ້າ​ວາງ​ພວງມາລາທີ່​ອະນຸສາວະລີ​ນັກຮົບ​ນິລະນາມ ຢູ່​ເດີ່ນ​ພະທາດ​ຫຼວງ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...