Homeຂ່າວທ້ອງຖິ່ນເຂື່ອນໄຟຟ້ານ້ຳງື່ມ 1 ກຽມພ້ອມບໍລິຫານຈັດການນໍ້າໃນລະດູຝົນນີ້

ເຂື່ອນໄຟຟ້ານ້ຳງື່ມ 1 ກຽມພ້ອມບໍລິຫານຈັດການນໍ້າໃນລະດູຝົນນີ້

Published on

ໃນລະດູຝົນປີນີ້ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ມີການກະກຽມບໍລິຫານຈັດການນໍ້າໂດຍສ້າງຕັ້ງໜ່ວຍງານຮັບຜິດຊອບໃນການຕິດຕາມແຜນທີ່ໃນຈຸດວັດແທກນ້ຳ ກວດກາຈຸດທີ່ເປັນພື້ນທີ່ສູງ ແລະ ປອດໄພ ເພື່ອຮອງຮັບການອົບພະຍົບປະຊາຊົນຜູ້ທີ່ອາໄສຢູ່ກ້ອງເຂື່ອນ ໂດຍສະເພາະຜູ້ທີ່ຢູ່ພື້ນທີ່ຕ່ຳ ແລະ ມີຄວາມສ່ຽງ ພ້ອມນີ້ ກໍມີການຄິດໄລ່ປະລິມານນໍ້າຝົນ ແລະ ມີໜ່ວຍງານແຈ້ງເຫດສຸກເສີນໃນເວລາຝົນຕົກໜັກ.

ທ່ານ ບົວວັນ ຈັນສະຫວັດ ຜູ້ອໍານວຍການເຂື່ອນນໍ້າງື່ມ 1 ໄດ້ກ່າວວ່າ ໂດຍປົກກະຕິໃນແຕ່ລະປີຜ່ານມາເຂື່ອນຂອງພວກເຮົາມີການບໍລິຫານຈັດການນ້ຳໄປຕາມເສັ້ນກົດເກນຂອງອ່າງນ້ຳງື່ມ 1 ແຕ່ປີນີ້ທາງເຂື່ອນໄດ້ຮັບການຊີ້ນຳຈາກສູນບັນຊາພະລັງງານຂອງບໍລິສັດໄຟຟ້າລາວໃຫ້ລະບາຍນ້ຳລົງຕໍ່າສຸດຄື  198 ແມັດເໜືອນ້ຳທະເລ ມາເຖິງມື້ນີ້ລະດັບນ້ຳຕົວຈິງເທົ່າກັບ 200,65 ແມັດເໜືອນ້ຳທະເລ ປົກກະຕິລະດັບນ້ຳຕໍ່າສຸດຈະຢູ່ທີ່ 202 ແມັດເໜືອນ້ຳທະເລ ເພື່ອຫຼີກເວັ້ນການປ່ອຍນ້ຳໃນລະດູຝົນປີນີ້ແມ່ນໃຫ້ນ້ຳງື່ມກັກເກັບນ້ຳໄວ້ເພື່ອໃຫ້ໂອກາດເຂື່ອນອື່ນໆແລ່ນຈັກຍ້ອນວ່າເຂື່ອນອື່ນໆເຫຼົ່ານັ້ນບໍ່ມີອ່າງກັກເກັບນ້ຳໃຫຍ່ ຄືອ່າງນ້ຳງື່ມ ພ້ອມນີ້ ທ່ານກໍໄດ້ຢືນຢັນວ່າ ໂອກາດທີ່ຈະປ່ອຍນ້ຳຜ່ານປະຕູນ້ຳລົ້ນໃນປີນີ້ແມ່ນເປັນໄປໄດ້ຍາກ ໃນປີຜ່ານມາຈາກເຫດການພາຍຸຫຼາຍລູກໄດ້ພັດຜ່ານປະເທດເຮົາເຮັດໃຫ້ເກີດມີຝົນຕົກໜັກ ແຕ່ເໜືອເຖິງໃຕ້ ແລະ ໄດ້ເຮັດໃຫ້ເກີດມີນ້ຳຖ້ວມບາງພື້ນທີ່ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນບາງເມືອງຂອງແຂວງວຽງຈັນທີ່ຢູ່ພື້ນທີ່ຕໍ່າ ແລະ ເຂດທີ່ມີຄວາມສ່ຽງຕາມລຳນ້ຳງື່ມໄດ້ຮັບຜົນກະທົບ ເປັນຕົ້ນເຮືອນຊານບ້ານຊ່ອງ ສັດສາວາສິ່ງ ໄຮ່ນາ ແລະ ຮົ້ວສວນຂອງປະຊາຊົນຖືກເສຍຫາຍຫຼາຍສົມຄວນ ເພື່ອປ້ອງກັນບັນຫາດັ່ງກ່າວໃນລະດູຝົນປີນີ້ເຂື່ອນໄຟຟ້ານ້ຳງື່ມ 1 ກໍໄດ້ມີມາດຕະການໃນການບໍລິຫານຈັດການນ້ຳໃນອ່າງດັ່ງນີ້ ຕ້ອງກຳນົດການຜະລິດພະລັງງານ ແລະ ການນຳໃຊ້ນ້ຳເຂົ້າເພື່ອຜະລິດໃຫ້ເກີດປະໂຫຍດສູງສຸດ ປະສານສົມທົບກັບບັນດາເຂື່ອນຕອນເທິງໂດຍສະເພາະເຂື່ອນນ້ຳງື່ມ 2 ເພື່ອຮັບຊາບຂໍ້ມູນໃນການລະບາຍນ້ຳລົງສູ່ອ່າງນ້ຳງື່ມ 1.

ພ້ອມນີ້ ກໍຕ້ອງຄົ້ນຄວ້າຄາດຄະເນປະລິມານນ້ຳໄຫຼເຂົ້າອ່າງໃນປີນີ້ ໂດຍອາໄສຂໍ້ມູນຍ້ອນຫຼັງ 50 ປີຈາກຂໍ້ມູນຈາກກົມອຸຕຸນິຍົມເພື່ອເປັນບ່ອນອີງໃນການຄິດໄລ່ ແລະ ຕ້ອງໄດ້ຈັດກອງປະຊຸມຄະນະກຳມະການຕ້ານແລ້ງ ແລະ ຕ້ານອຸທົກກະໄພໃນໄລຍະລະດູຝົນເພື່ອນຳສະເໜີຂັ້ນເທິງ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...