spot_img
Homeຂ່າວພາຍ​ໃນລາວ ຊຸບເປີ ໂມເດວ 2019 ຈະຊີງໄຊກາງເດືອນສິງຫານີ້

ລາວ ຊຸບເປີ ໂມເດວ 2019 ຈະຊີງໄຊກາງເດືອນສິງຫານີ້

Published on

ສຳເລັດເປັນທີ່ຮຽບຮ້ອຍແລ້ວສຳລັບການຄັດເລືອກນາງແບບ-ນາຍແບບຮອບສຸດທ້າຍຂອງໂຄງການປະກວດ ລາວ ຊຸບເປີ ໂມເດວ (Lao Super Model 2019) ຊຶ່ງຈັດຂຶ້ນເມື່ອວັນທີ 25-26 ພຶດສະພາຜ່ານມາ ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວັນນາລີ ອ່ອນສະຫວັດ ປະທານໂຄງການ ລາວ ຊຸບເປີ ໂມເດວ ທ່ານ ນາງ ລູກເກດ ເມທິນີ ກິ່ງພະໂຍມ ດາລາ-ນາງແບບຊື່ດັງຈາກປະເທດໄທ ພ້ອມດ້ວຍກຳມະການຮ່ວມຕັດສິນ ແລະ ບັນດານ້ອງໆນາຍແບບ-ນາງແບບຫຼາຍກວ່າ 100 ຄົນທີ່ຜ່ານມາເຂົ້າມາໃນຮອບຄັດເລືອກຮອບສຸດທ້າຍ.

ສຳລັບການຄັດເລືອກນ້ອງໆໃນຮອບສຸດທ້າຍນີ້ ແມ່ນຈະຄັດເອົາພຽງແຕ່ 32 ຄົນຈາກນ້ອງໆທີ່ຜ່ານເຂົ້າມາທັງໝົດຫຼາຍກວ່າ 100 ຄົນ ໃນນັ້ນ ຈະຄັດເອົານາຍແບບ 10 ຄົນ ນາງແບບ 10 ຄົນ ນາຍແບບເດັກຊາຍ 6 ຄົນ ແລະ ນາງແບບເດັກຍິງ 6 ຄົນ ເພື່ອເຂົ້າໄປຊີງໄຊໃນຮອບຕັດສິນ ຊຶ່ງຈະຈັດຂຶ້ນໃນວັນທີ 17 ສິງຫາ 2019 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...