Homeອຸບັດເຫດແລະປາກົດການຫຍໍ້ທໍ້ມື້ດຽວເກີດອຸປະຕິເຫດ 3 ກໍລະນີມີຜູ້ເສຍຊີວິດ 3 ຄົນ

ມື້ດຽວເກີດອຸປະຕິເຫດ 3 ກໍລະນີມີຜູ້ເສຍຊີວິດ 3 ຄົນ

Published on

 

ຕາມການລາຍງານຈາກເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນ ທີ 4 ຕຸລາ 2014, ໄດ້ເກີດ

ອຸປະຕິເຫດບົນ​ທ້ອງ​ຖະໜົນ 3 ກໍລະນີ ມີຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບສາຫັດ 1 ຄົນຄື: ໃນເວລາ 2:00 ເຊົ້າ

ຂອງວັນ ທີ 4 ຕຸ ລາທີ່ຜ່ານມາ, ຢູ່ເສັ້ນທາງຕັດໃໝ່ໜອງບົວທອງ-ໜອງບຶກ, ໂດຍ ທ້າວ ລຽນພອນ ອາຍຸ 53 ປີ

ອາ ຊີບກຳມະກອນ ຢູ່ບ້ານທົ່ງປົ່ງເມືອງສີໂຄດຕະບອງ ນະ ຄອນຫລວງວຽງຈັນ ໄດ້ຂັບຂີ່ລົດຈັກ ເວບ 100 ດ້ວຍ

ຄວາມໄວໄປຕຳຂອບທາງຍ່າງ ໂຄ້ງເສັ້ນທາງດັ່ງກ່າວດ້ວຍຄວາມແຮງ ພາໃຫ້ເສຍຊີວິດຄາທີ່, ຕໍ່ມາໃນເວລາ 5:30

ຂອງວັນດຽວກັນ ທ້າວ ມາຍ ອາຍຸ 14ປີ ເປັນນັກຮຽນຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ

ໄດ້ຂັບຂີ່ລົດຈັກເວບຊ້ອນແມ່ໄປຕະຫລາດ ພໍມາຮອດບໍລິເວນໂຮງສີທັນສະໄໝບ້ານໜອງແຕ່ງ ໄດ້ສວນທາງກັບ

ລົດໃຫຍ່ໃຕ້ໄຟສູງເຮັດໃຫ້ເສຍຫລັກໄປຕຳທ້າຍລົດຈັກທີ່ຈອດຢູ່ແຄມທາງ ພາໃຫ້ລົດຈັກລົ້ມເຮັດໃຫ້ຜູ້ຊ້ອນທ້າຍ

ນາງ ຈັນສຸກ ອາຍຸ 37 ປີ ຜູ້ເປັນແມ່ຂອງຜູ້ກ່ຽວລົ້ມຫົວນັອກພື້ນເສຍຊີວິດຄາທີ່ ແລະ ມາໃນເວລາ 7:15 ຂອງວັນ

ດັ່ງກ່າວ ທ້າວ ສຸພານັດ ໄຊຍະວົງສາ ອາຍຸ 23 ປີ ອາຊີບພະນັກງານບໍລິສັດເອກະຊົນຢູ່ບ້ານ​ໂສກ ປ່າຫລວງ ເມືອງສີ

ສັດຕະນາກນະຄອນ ຫລວງວຽງຈັນ ໄດ້ຂີ່ລົດກະບະຍີ່ຫໍ້ມາສດ້າມາແຕ່ໄຟແດງໂພນ ໄຊ-ໂພນສີນວນ ດ້ວຍ ຄວາມ

ໄວພໍສົມຄວນ ເນື່ອງຈາກເກີດມີການຫລັບໃນພາໃຫ້ລົດເສຍຫລັກໄປຕຳກົ້ນລົດຈັກຄລິກໄອຂອງ ນາງ ປິ່ນນະຄອນ

ທີ່ຂີ່ມາທາງດຽວກັນ ແລະ ຍ້ອນຄວາມຕົກໃຈຄຸມລົດບໍ່ໄດ້ ເຮັດໃຫ້ເສຍຫລັກໄປຕຳກັບລົດຈັກຂອງນາງ ພຸດທະກອນ

ສອນອຸໄລ ອາຍຸ 23ປີ ຢູ່ບ້ານທົ່ງກາງ ເມືອງສີ ສັດຕະນາກນະຄອນ ຫລວງວຽງຈັນຄັນທີ່ສວນທາງກົງກັນຂ້າມ ໄດ້ຮັບ

ບາດເຈັບ. ສ່ວນເຈົ້າ ຂອງລົດຈັກຄັນທຳອິດທີ່ຖືກຕຳ ຊື່ນາງ ປິ່ນນະຄອນ ອາຍຸ 24 ປີ ອາຊີບກຳມະກອນພັກເຊົາຢູ່

ບ້ານໜອງທາໃຕ້ ເມືອງຈັນທະບູລີ ນະຄອນຫລວງວຽງຈັນໄດ້ເສຍຊີວິດຄາທີ່. ສ່ວນຜູ້ຂັບຂີ່ລົດໃຫຍ່ພາຍຫລັງເກີດ

ອຸປະຕິເຫດຜູ້ກ່ຽວ ໄດ້ຂັບລົດລົບໜີ ແລະ ເຈົ້າໜ້າທີ່ໄດ້ນຳຈັບຕົວໄດ້ໃນເວລາຕໍ່ມາ.

 

ເຖິງຢ່າງໃດກໍຕາມ ​ເຫັນ​ວ່າ ການເກີດອຸປະຕິເຫດໃນ 3 ຄັ້ງນີ້ ແມ່ນເກີດຈາກຜູ້ຂັບຂີ່ມີຄວາມປະໝາດ, ຖືເບົາໃນ

ການຂັບຂີ່ຍານພາຫະນະ ຈຶ່ງພາໃຫ້ເກີດມີອຸປະຕິເຫດສ້າງຄວາມເສຍຫາຍດ້ານ​ຊັບ​ສິນ ແລະ ຊີວິດບໍ່ໜ້ອຍ, ເຊິ່ງສິ່ງ

ດັ່ງກ່າວນັບວ່າເປັນອຸທາຫອນສອນໃຈໃຫ້ແກ່ຜູ້ຂັບຂີ່ທຸກເພດທຸກໄວ ຕ້ອງໄດ້ພາກັນຍົກສູງສະຕິລະວັງໂຕຢູ່ສະເໝີ

ໃນການຂັບຂີ່ຍານພາຫະ ນະ ແລະ ໃນນີ້ຄວນມີສະຕິລະວັງໂຕຕື່ມໃນການຂັບຂີ່ເມົາແລ້ວບໍ່ຂັບ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...