spot_img
Homeຂ່າວພາຍ​ໃນໂຣເບີຣດ ເບິຣນສໄຕ ຜູ້ຮ່ວມກໍ່ຕັ້ງ “ຮິວແມນ ໄຣຊ ວອຕຊ” ເສຍຊີວິດໃນໄວ 96 ປີ

ໂຣເບີຣດ ເບິຣນສໄຕ ຜູ້ຮ່ວມກໍ່ຕັ້ງ “ຮິວແມນ ໄຣຊ ວອຕຊ” ເສຍຊີວິດໃນໄວ 96 ປີ

Published on

ທ່ານ ໂຣເບີຣດ ເບິຣນສໄຕ ນັກຂຽນ ແລະ ນັກເຄື່ອນໄຫວຊາວອາເມຣິກາເຊື້ອສາຍຢິວ ຜູ້ຮ່ວມກໍ່ຕັ້ງອົງກອນສິດທິມະນຸດ “ຮິວແມນ ໄຣຊ ວອຕຊ” ເສຍຊີວິດຢ່າງສະຫງົບໃນນະຄອນນິວຢອກ ສະຫະລັດອາເມຣິກາ ດ້ວຍໄວ 96 ປີ.

ທ່ານ ໂຣເບີຣດ ເປັນບຸກຄົນທີ່ມີບົດບາດສຳຄັນໃນການພັດທະນາສຳນັກພິມ “ແຣນດອມ ເຮົາສ” ໜຶ່ງໃນສຳນັກພິມເກົ່າແກ່ຂອງອາເມຣິກາຊຶ່ງປັດຈຸບັນຢູ່ພາຍໃຕ້ເຄືອຂ່າຍຂອງ “ເພນກວິນ ແຣນດອມ ເຮົາສ” ທັງເປັນນັກເຄື່ອນໄຫວດ້ານສິດທິມະນຸດ ແລະ ເປັນຜູ້ຮ່ວມກໍ່ຕັ້ງອົງກອນ Human Rights Watch – HRW  ຊຶ່ງທ່ານໄດ້ເສຍຊີວິດຢ່າງສະຫງົບທີ່ໂຮງໝໍແຫ່ງໜຶ່ງໃນນະຄອນນິວຢອກ.

ປັດຈຸບັນ ອົງກອນ Human Rights Watch – HRW  ມີສະຖານະພາບເປັນອົງກອນອິດສະຫຼະໂດຍບໍ່ສະແຫວງຫາຜົນກຳໄລ ຫຼື NGO ມີສຳນັກງານໃຫຍ່ຢູ່ທີ່ນະຄອນນິວຢອກ ນອກຈາກການຮ່ວມກໍ່ຕັ້ງອົງກອນດັ່ງກ່າວແລ້ວ ເມື່ອຫວນກັບໄປເມື່ອປີ 2011 ໃນໄວ 88 ປີ ທ່ານ ໂຣເບີຣດ ກໍໄດ້ກໍ່ຕັ້ງອົງກອນສິດທິມະນຸດອີກແຫ່ງໜຶ່ງໃນຊື່ ແອດແວນຊິງ ຮິວແມນ ໄຣຊ            (Advancing Human Rights).

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Human Rights Watch ( HRW )

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...