Homeຂ່າວພາຍ​ໃນທີມ WAWA Gaming king ໄດ້ສິດໄປຊີງແຊ໋ມອາຊຽນ MSC 2019 ທີ່ຟີລິບປິນ

ທີມ WAWA Gaming king ໄດ້ສິດໄປຊີງແຊ໋ມອາຊຽນ MSC 2019 ທີ່ຟີລິບປິນ

Published on

ທີມອີ-ສະປອສ (WAWA Gaming King) ສາມາດຄວ້າແຊ໋ມລາຍການແຂ່ງຂັນກີລາ ອີ-ສະປອສ (E-Sports)  ປະເພດເກມ Mobile Legends ຊຶ່ງຈັດຂຶ້ນທີ່ສູນການຄ້າແຟເຊິນໄອແລນ ປະເທດໄທ ເມື່ອວັນທີ 26 ພຶດສະພາ 2019.

ສຳລັບການແຂ່ງຂັນໃນຮອບຊີງຊະນະເລີດເປັນການພົບກັນເອງລະຫວ່າງນັກກີລາທີມຊາດລາວຄື ທີມ WAWA Gaming King ແລະ ທີມ 100SOP2 ຊຶ່ງປາກົດວ່າທີມ WAWA Gaming King ເອົາຊະນະດ້ວຍຄະແນນ 3-0.

ດັ່ງນັ້ນ ທີມ WAWA Gaming King ຈິ່ງໄດ້ເປັນຕົວແທນທີມຊາດລາວໄປຮ່ວມແຂ່ງຂັນໃນລາຍການຊີງແຊ໋ມອາຊຽນ MSC 2019 ຊຶ່ງຈະຈັດຢູ່ທີ່ປະເທດຟີລິບປິນໃນລະຫວ່າງວັນທີ 21-23 ມິຖຸນາ 2019 ແລະ ຖ້າຫາກທີມ WAWA Gaming King ສາມາດຄວ້າແຊ໋ມໃນລາຍການນີ້ໄດ້ກໍຈະໄດ້ຮັບສິດເປັນຕົວແທນໄປຊີງແຊ໋ມໃນລະດັບທະວີບອາຊີ ຊຶ່ງມີເງິນລາງວັນລວມສູງເຖິງ 120.000 ໂດລາ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ຮູບພາບ: mobile legends : Bang Bang

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...