Homeຂ່າວພາຍ​ໃນກະ​ຊວງ​ໄປ​ສະ​ນີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ສື່​ສານ ຍົກລະດັບວິຊາສະເພາະກວດກາແກ່ພະນັກງານ

ກະ​ຊວງ​ໄປ​ສະ​ນີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ສື່​ສານ ຍົກລະດັບວິຊາສະເພາະກວດກາແກ່ພະນັກງານ

Published on

ພະນັກງານຈາກກົມ​ກວດ​ກາ ກະ​ຊວງ​ໄປ​ສະ​ນີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ສື່​ສານ (ປ​ທ​ສ) ໄດ້ຍົກລະດັບຄວາມຮູ້ຄວາມສາມາດ ໃນວຽກງານ ການຕິດຕາມກວດກາ ແລະ ແກ້​ໄຂ​ຄຳ​ຮ້ອງ​ຟ້ອງ ຮ້ອງ​ທຸກ ແລ​ະ ຄຳ​ສະ​ເໜີ.

ງານ​ສຳ​ມະ​ນາກ່ຽວກັບ​ວຽກ​ງານ​ວິ​ຊາ​ສະ​ເພາະ​ກວດ​ກາຈັດຂື້ນໃນ​ວັນ​ທີ 28 ພຶດ​ສະ​ພາ 2019 ທີ່​ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ການ​ເຂົ້າຮວ່ມຂອງ​ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ ປ​ທ​ສ ມີຄະ​ນະ​ພັກ ເລ​ຂາ​ໜ່ວຍ​ພັກ ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ ບັນ​ດາ​ບໍ​ລິ​ສັດ-ລັດ​ວິ​ສາ​ຫະ​ກິດທີ່​ຂຶ້ນ​ກັ​ບ​ກະ​ຊວງ ປ​ທ​ສ ພ້ອມ​ດ້ວຍ​ພະ​ແນກ ປ​ທ​ສ ແຂວງວຽງ​ຈັນ ໄຊ​ສົມ​ບູນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ​ ເຂົ້າ​ຮ່ວມ.

ຈຸດປະສົງກໍເພື່ອ​ເປັນ​ການ​ຍົກ​ສູງ​ຄວາມ​ຮູ້ຄວາມ​ສາ​ມາດ ປັບ​ປຸງ​ທັດ​ສະ​ນະ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ກັບ​ວຽກ​ງານກວດ​ກາຂອງ​ພະ​ນັກ​ງານ​ນຳ​ພາ-ຄຸ້ມຄອງ​ແຕ່​ລະ​ຂັ້ນພາຍ​ໃນ​ຂະ​ແໜງ​ການ ປ​ທ​ສ ແລະ ສາ​ມາດ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ດີກວ່າ​ເກົ່າ ໂດຍຫົວ​ຂໍ້​ໃນ​ການ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ມີ 3 ຫົວຂໍ້ ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບວຽກ​ງານ​ຕິດ​ຕາມ ກວດ​ກາໂຄງ​ການ​ລົງ​ທຶນ​ຂອງ​ລັດ​ຕັ້ງ​ແຕ່​ຫົວ​ທີ ວຽກ​ງານ​ການ​ແກ້​ໄຂ​ຜົນ​ການກວດ​ກາ ແລະ ການ​ຕິດ​ຕາມກວດ​ກາການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຜົນ​ການກວດ​ກາ ວຽກ​ງານ​ຄົ້​ນ​ຄວ້າ ແລະ ແກ້​ໄຂ​ຄຳ​ຮ້ອງ​ຟ້ອງ ຮ້ອງ​ທຸກ ແລ​ະ ຄຳ​ສະ​ເໜີ.

​ໂອ​ກາ​ດັ່ງ​ກ່າວ ທ່ານ ທອງ​ໃສ ຊານ​ໄຊ​ຍະ ໄດ້​ກ່າວ​ວ່າ ໃນ​ປີ 2018 ຜ່ານ​ມາ​ ບັນ​ດາ​ຄະ​ນະ​ພັກ ເລ​ຂາ​ໜ່ວຍ​ພັກ ຄະ​ນະ​ພັກ​ຮາກ​ຖານ ໄດ້​ເອົາ​ໃຈ​ໃສ່ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ ໂດຍ​ສະ​ເພາະ​ວ​ຽກ​ງານກວດ​ກາແມ່ນ​ມີ​ບົດ​ບາດ​ສຳ​ຄັນທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຄົ້ນ​ຄວ້າ​ຮ່ຳ​ຮຽ​ນໃຫ້​ມີ​ຄວາມ​ຮູ້​ເລິກ​ເຊິ່ງ ຕ້ອງ​ເຊື່ອມ​ຊຶ​ມ​ກຳ​ແໜ້ນ​ກ່ຽວ​ກັບວຽກ​ງານກວດ​ກາ​​ຮອບ​ດ້ານ ເພາະ​ມັນ​ແມ່ນ​ຄວາມ​ຮູ້​ທີ່​ສຳ​ຄັ​ນ ແລະ ສາ​ມາດ​ຍົກ​ໃຫ້​ເຫັນ​ດ້ານ​​ຕັ້ງ​ໜ້າ ບົດ​ຮຽນ​ທີ່​ຕ້​ອງ​ເສີມ​ຂະ​ຫຍາຍ ຊອກ​ໃຫ້​ເຫັນ​ດ້ານ​ອ່ອນ ຂໍ້​ຄົງ​ຄ້າງ ສາ​ເຫດຕ້ອງ​ປັບ​ປຸງ​ແກ້​ໄຂ​ໃນ​ຕໍ່​ໜ້າ ເພື່ອ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ຄຸ້ມ​ຄອງ​ລັດ​ດ້ວຍ​ກົດ​ໝາຍໃຫ້​ມີ​ຄວາມ​ສັກ​ສິດ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ມີ​ການ​ຂະ​ຫຍາຍ​ຕົວ, ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້.

ດັ້ງນັ້ນ, ພະ​ນັກ​ງານກວດ​ກາ ຕ້ອງ​ມີ​ຈັນ​ຍາ​ບັນ​ໃນ​ການ​ຈັດ​ຈັ້ງ​ປະ​ຕິ​ບັດ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ, ມີ​ສະ​ຕິ​ເຄົາ​ລົບ​ຕໍ່​ການ​ຈັດ​ຕັ້ງ, ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ພັກ ແລະ ກົດ​ ໝາຍ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...