Homeຂ່າວພາຍ​ໃນນາຍົກລັດຖະມົນຕີຈະເຂົ້າຮ່ວມກອງປະຊຸມສາກົນທີ່ໂຕກຽວ

ນາຍົກລັດຖະມົນຕີຈະເຂົ້າຮ່ວມກອງປະຊຸມສາກົນທີ່ໂຕກຽວ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຮ່ວມກອງ​ປະຊຸມ​ສາກົນກ່ຽວ​ກັບອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 25 ​ຊຶ່ງຈະຈັດຂຶ້ນ​ໃນລະຫວ່າງ​ວັນ​ທີ 30-31 ພຶດສະພາ 2019 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີແມ່ນຈັດຂຶ້ນທຸກໆປີໂດຍສໍານັກຂ່າວໜັງສືພິມນິກເກຂອງຍີ່ປຸ່ນ ຊຶ່ງໄດ້ເລີ່ມມາແຕ່ປີ 1995  ໂດຍໄດ້ເຊີນບັນດາຜູ້ນໍາ ແລະ ຜູ້ບໍລິຫານຂັ້ນສູງຂອງພາກລັດ ແລະ ພາກເອກະຊົນ ລວມທັງ​ອະດີດການນໍາ ຜູ້ຊົງຄຸນ  ວຸດທິ ປະທານອົງການ ສະຖາບັນຕ່າງໆທັງພາກພື້ນ ແລະ ສາກົນຂອງອາຊີ ລວມພາກພື້ນອື່ນໆເຂົ້າຮ່ວມ ທັງນີ້ ກໍເພື່ອແລກປ່ຽນທັດສະນະ ແລະ ວິໄສທັດຕໍ່​ບັນ​ຫາ​ພົ້ນ​ເດັ່ນ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ພື້ນ ແລະ ໃນ​ໂລກຮ່ວມກັນ ກອງປະຊຸມຄັ້ງນີ້ແມ່ນຈະດໍາເນີນພາຍໃຕ້ຫົວຂໍ້ “ຄົ້ນຫາລະບຽບຂອງໂລກແບບໃໝ່ເພື່ອແກ້ໄຂຄວາມວຸ້ນວາຍໃນໂລກ (Seeking a new global order-overcoming the chaos)”.

ໂອກາດເຄື່ອນໄຫວຢູ່ປະເທດຍີ່ປຸ່ນຄັ້ງນີ້ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈະຂຶ້ນກ່າວບົດປາໄສເພື່ອສະແດງທັດສະນະຂອງ ສປປ ລາວ ທີ່ປິ່ນອ້ອມຫົວຂໍ້ກອງປະຊຸມ ລວມທັງພົບປະສອງຝ່າຍ ກັບທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ພ້ອມທັງ​ເຂົ້າ​ຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນໂຄງການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ເອ​ກະ​ສານ​ແລກ​ປ່ຽນ​ອີກ​ຈຳ​ນວນ​ໜຶ່ງ ແລະ ​ຮັບການເຂົ້າຢ້ຽມຂໍ່ານັບຈາກຜູ້ຕາງໜ້າອົງການ ແລະ ບໍລິສັດຕ່າງໆ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...