Homeຂ່າວຕ່າງປະເທດເກີດແຜ່ນດິນໄຫວຄັ້ງໃຫຍ່ໃນເປຣູລະດັບ 8,0 ແມັກນີຈູດ

ເກີດແຜ່ນດິນໄຫວຄັ້ງໃຫຍ່ໃນເປຣູລະດັບ 8,0 ແມັກນີຈູດ

Published on

ເປຣູຜະເຊີນແຜ່ນດິນໄຫວລະດັບຮຸນແຮງເຖິງ 8,0 ແມັກນີຈູດ ສົ່ງຜົນໃຫ້ປະຊາຊົນຫຼາຍກວ່າ 1 ແສນຄົນທີ່ອາໄສໃນລັດສະໝີ 100 ກີໂລແມັດຈາກຈຸດສູນກາງຂອງແຜ່ນໄຫວໄດ້ຮັບຜົນກະທົບຢ່າງໜັກ  ໄຟຟ້າດັບ ອາຄານ ບ້ານເຮືອນ ແລະ ອື່ນໆໄດ້ຮັບເສຍຫາຍຈຳນວນຫຼາຍ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ພຶດສະພາຜ່າານມາກ່ຽວກັບລາຍງານຄວາມຄືບໜ້າເຫດແຜ່ນດິນໄຫວຄັ້ງໃຫຍ່ ຊຶ່ງວັດແທກຄວາມຮຸນແຮງໄດ້ເຖິງລະດັບ 8,0 ແມັກນີຈູດທາງພາກເໜືອຂອງເປຣູ ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 2:40 ນາທີ (ຕາມເວລາທ້ອງຖິ່ນ) ໂດຍສູນກາງຂອງແຜ່ນດິນໄຫວຢູ່ຫ່າງຈາກເມືອງໂມ ໂຢບັມບາ ໄປທາງຕາເວັນອອກປະມານ 180 ກີໂລແມັດ ຂະນະທີ່ແຮງສັ່ນສະເທືອນໄປໄກເຖິງປະເທດເອກົວດໍຣ ໂກລຳບີ ແລະ ເບຣຊິນ ຊຶ່ງຢູ່ຫ່າງຈາກສູນກາງແຜ່ນດິນ ໄຫວກວ່າ 1.000 ກີໂລແມັດ.

ຂະນະທີ່ປະທານາທິບໍດີ ມາຣຕິນ ວິຊຄາຣຣາ ໄດ້ແຈ້ງຜ່ານໂຊຊຽວວ່າ ເຈົ້າໜ້າທີ່ພວມປະເມີນຄວາມເສຍຫາຍໃນພື້ນທີ່ປະສົບໄພແຜ່ນດິນໄຫວ ແລະ ຂໍໃຫ້ປະຊາຊົນຢູ່ໃນຄວາມສະຫງົບ ສ່ວນເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ເປີດເຜີຍວ່າ ມີປະຊາຊົນປະມານ 180.000 ຄົນຮູ້ສຶກເຖິງແຮງສັ່ນສະເທືອນທີ່ຮຸນແຮງ ຊຶ່ງໄດ້ສົ່ງຜົນໃຫ້ໄຟຟ້າດັບເກືອບທົ່ວປະເທດ ແລະ ປະຊາຊົນສ່ວນຫຼາຍຍັງຫຼົບໄພຢູ່ນອກເຮືອນ ເຖິງແມ່ນວ່າແຜ່ນດິນໄຫວຄັ້ງນີ້ຈະຜ່ານໄປແລ້ວຫຼາຍຊົ່ວໂມງ ເນື່ອງຈາກຢ້ານວ່າຈະເກີດອັຟເຕີຊ໋ອກແຜ່ນດິນໄຫວຕາມມາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...