spot_img
Homeຂ່າວພາຍ​ໃນVientiane wow fashion week 2019 ແຟເຊິນໂຊທີ່ຍິ່ງໃຫຍ່ທີ່ສຸດໃນ ສປປ ລາວ

Vientiane wow fashion week 2019 ແຟເຊິນໂຊທີ່ຍິ່ງໃຫຍ່ທີ່ສຸດໃນ ສປປ ລາວ

Published on

ຖືເປັນອີກໜຶ່ງງານໃຫຍ່ທີ່ສືບຕໍ່ຈັດມາເປັນປີທີ 6 ແລ້ວ ສຳລັບງານ  “Vientiane WOw fashion week 2019” ໂດຍຮ່ວມກັບກົມສົ່ງເສີມການຄ້າລະຫວ່າງປະເທດ DITP ແລະ ອົງກອນພາກເອກະຊົນ  ຊຶ່ງໄດ້ຂຶ້ນເມື່ອວັນທີ 25 ພຶດສະພາຜ່ານມາທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສຸວັດ ເທດສາລີ ປະທານກຳມະການບໍລິານວາລະສານວ້າວ (wow magazine) ມີບັນດາແຂກຖືກເຊີນຈາກພາກລັດ ແລະ ບັນດາຫົວໜ່ວຍທຸລະກິດທຸກຂະແໜງການ ພ້ອມດ້ວຍມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ງານ Vientiane wow Fashion Week 2019 ຖືເປັນງານແຟເຊິນໂຊທີ່ຍິ່ງໃຫຍ່ທີ່ສຸດໃນ ສປປ ລາວ ແລະ ໃນປີນີ້ປະ ກອບມີ 7 ດີໄຊເນີຈາກປະເທດໄທທີ່ໄດ້ມາຮ່ວມສະແດງແຟເຊິນໂຊຮ່ວມກັບ 8 ດີໄຊເນີຊັ້ນນຳຂອງລາວ ໂອກາດດັ່ງກ່າວ ທ່ານ ສຸວັດ ໄດ້ກ່າວວ່າ ຈຸດປະສົງຂອງງານໃນປີນີ້ກໍເພື່ອເປັນການເປີດກວ້າງເວທີໃຫ້ບັນດານັກອອກແບບໄດ້ສະແດງອອກຄວາມສາມາດໃຫ້ບັນດາປະເທດໃນພາກພື້ນກໍຄືຊາວໂລກໄດ້ຮັບຮູ້ເຖິງເອກະລັກ ແລະ ຄວາມສາມາດ ພ້ອມນີ້ ກໍໄດ້ນຳສະເໜີການອອກແບບເຄື່ອງປະດັບຈາກແບຣນຊື່ດັງຂອງລາວເຊັ່ນ ຮ້ານຄຳພູວົງ ຮ້ານບຸນເຕມັມ ຈິວເວີເຣີ ແລະ ອື່ນໆ.

ສຳລັບງານໃນປີນີ້ປະກອບມີ 15 ຫ້ອງເສື້ອເຂົ້າຮ່ວມຄື Tyna Inspiration of Silk  KP Design ເອກໂພໄຊ ຜ້າໄໝ  Six P.M Kanapot Aunsorn  Niphon  Men Folder  ຮ້ານຄຳພູວົງ Iconic  ແພັດຕີ້ ເສີມຄວາມງາມ L and Three Design  ຮ້ານບຸນເຕັມ  Paul Direk  Zibeth Thailand ແລະ Ditawat Moulage ພ້ອມນີ້ ກໍໄດ້ເຊີນດາລາຊື່ດັງຈາກປະເທດໄທນັ້ນກໍຄື  ແພນເຄັກ ເຂັມມານິດ ຈາມິກອນ  ດຣ ບຸ໋ມ ປະນັດດາ ວົງຜູ້ດີ  ແກ້ມ The Star  ສີລະປິນຈາກຄ້າຍ OGME Entertianement  Tabitha King Thailand’s Talent 2018 ແລະ ລູກປາ The Voice ແລະ ສີລະປິນຈາກ ສ. ເກົາຫຼີ ວົງ “Blah Blah”.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...