spot_img
Homeຂ່າວພາຍ​ໃນປະເມີນຜົນໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການຢູ່ ສປປ ລາວ

ປະເມີນຜົນໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການຢູ່ ສປປ ລາວ

Published on

ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບທະນາຄານພັດທະ ນາອາຊີ (ADB) ປະເມີນໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານຢູ່ ສປປ ລາວ ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ 22 ພຶດສະພາ 2019 ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ.

ຈຸດປະສົງກໍເພື່ອປະກອບຄໍາຄິດຄໍາເຫັນ ແລະ ສົນທະນາກ່ຽວກັບຮ່າງບົດປະເມີນຜົນໄດ້ຮັບຂອງໂຄງການ ເພື່ອເຮັດໃຫ້ບົດປະເມີນໂຄງການດັ່ງກ່າວສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ທັງນີ້ ກໍເພື່ອການກໍານົດຜົນໄດ້ຮັບຂອງໂຄງການ ໃນໄລຍະສັ້ນ ແລະ ໄລຍະຍາວ ກໍານົດບັນຫາທີ່ຍັງຄົງຄ້າງ ແລະ ຖອດຖອນບົດຮຽນ ພ້ອມທັງກໍານົດຂໍ້ແນະນໍາໃນການປັບປຸງການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ.

ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກ່າວວ່າ ໂຄງການດັ່ງກ່າວຈັດຂຶ້ນເພື່ອພັດທະນາລະບົບການຈັດຫາງານຢູ່ ສປປ ລາວ ພາຍໃຕ້ການຊ່ວຍເຫຼືອຂອງປະເທດຍີ່ປຸນ ໂດຍຜ່ານ ADB ໂຄງການດັ່ງກ່າວໄດ້ສ້າງລະບົບການຈັດຫາງານທີ່ທັນສະໄໝ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດໃນການໃຫ້ບໍລິການທີ່ມີປະສິດທິພາບ ທັງເປັນການປັບປຸງລະບົບຂໍ້ມູນ-ຂ່າວສານຕະຫຼາດແຮງງານ ການວິໄຈ ແລະ ການໂຄສະນາປະຊາສໍາພັນເພື່ອສະໜອງຂໍ້ມູນ-ຂ່າວສານກ່ຽວ ກັບຄວາມເຄື່ອນໄຫວຂອງຕະຫຼາດແຮງງານໃຫ້ຜູ້ທີ່ກຳລັງຊອກວຽກ ນັກລົງທຶນ ລວມທັງຫົວໜ່ວຍແຮງງານ ແລະ ບັນດາວິສາຫະກິດຕ່າງໆ ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດເປັນເວລາ 2 ປີ (2017-2019).

ໄລຍະຜ່ານມາໂຄງການໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກໍາໂດຍສະເພາະແມ່ນດໍາເນີນການສຶກສາ ສ້າງແຜນບໍລິການຈັດຫາງານ ສ້າງລະບົບການບໍລິການຈັດຫາງານອອນລາຍ ຈັດຝຶກອົບຮົມສ້າງຄວາມສາມາດຫຼາຍໆດ້ານໃຫ້ແກ່ສູນບໍລິການຈັດຫາງານ ແລະ ຄະນະພະແນກ ຮສສ ພະນັກງານຮັບຜິດຊອບຈຸດບໍລິການຈັດຫາງານຢູ່ 9 ແຂວງເປົ້າໝາຍຂອງໂຄງການ ສະໜອງອຸປະກອນໄອທີ (ລະບົບອິນເຕີເນດ ຄອມພິວເຕີຕັ້ງໂຕະ ຄອມພິວເຕີໂນດບຸກ ເຄື່ອງປຮີນເຕີ ແລະ ເຄື່ອງສຽງລົງໂຄສະນາ) ໃຫ້ແກ່ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ລວມເຖິງສູນບໍລິການຈັດຫາງານ ແລະ 9 ຈຸດບໍລິການຈັດຫາງານ.

ນອກນີ້ ຍັງໄດ້ສ້າງຄູ່ມືການບໍລິການຈັດຫາງານ ໂດຍສະເພາະການບໍລິການຜູ້ທີ່ກຳລັງຊອກວຽກ ແລະ ຜູ້ໃຊ້ແຮງງານ ສ້າງນິຕິກໍາ ເພື່ອສົ່ງເສີມວຽກຈຸດບໍລິການຈັດຫາງານ ແລະ ກໍານົດພາລະບົດບາດ ແລະ ໜ້າວຽກຂອງຈຸດບໍລິການຈັດການ ສ້າງແຜນດໍາເນີນງານການໂຄສະນາເຜີຍແຜ່ວຽກງານຈຸດບໍລິການຈັດຫາງານ ແລະ ດໍາເນີນການໂຄສະນາເຜີຍແຜ່ວຽກງານຈຸດບໍລິການຈັດຫາງານ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...