Homeຂ່າວພາຍ​ໃນທຫລ ອອກແຈ້ງການສ່ັງໂຈະອອກໃບອະນຸຍາດຕັ້ງ ຮ້ານແລກ-ປ່ຽນເງິນຕາ

ທຫລ ອອກແຈ້ງການສ່ັງໂຈະອອກໃບອະນຸຍາດຕັ້ງ ຮ້ານແລກ-ປ່ຽນເງິນຕາ

Published on

ກົມ​ນະ­ໂຍ­ບາຍ​ເງິນ­ຕາ ທະ­ນາ­ຄານ​ແຫ່ງ ສປປ ລາວ (ທຫລ) ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 804/ກນງ ລົງ​ວັນ​ທີ 22 ສິງ­ຫາ 2017 ກ່ຽວ​ກັບ​ການ​ສັ່ງໂຈະ​ຊົ່ວ­ຄາວກ່ຽວກັບ​ການ​ຮັບ​ເອ­ກະສານ​ຄຳ​ຮ້ອງ ແລະ ການ​ອອກ​ໃບ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ​ແລກ­ປ່ຽນ​ເງິນ­ຕາ​ໃນ​ທົ່ວ​ປະເທດ ຊຶ່ງໄດ້ເລີ່ມມາແຕ່​ເດືອນ​ສິງ­ຫາ 2017 ທັງນີ້ ກໍເພື່ອ​ທົບ​ທວນ ແລະ ປະ​ເມີນ​ຜົນ​ການຈັດ­ຕັ້ງ​ປະ­ຕິ­ບັດ​ກົດ ໝາຍ​ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນ­ຕາ​ຕ່າງ­ປະ­ເທດ ແລະ ຂໍ້​ຕົກລົງ ​ວ່າ​ດ້ວຍ​ການ​ດຳ­ເນີນ​ທຸ­ລະ​ກິດ​ແລກ­ປ່ຽນ​ເງິນ­ຕາ​ໃຫ້​ສອດ­ຄ່ອງ ແລະ ຖືກ­ຕ້ອງ​ຕາມ​ລະບຽບ​ການ.​

ທັງນີ້ ກໍເພື່ອ​ເຮັດ​ໃຫ້​ບຸກ­ຄົນ ແລະ ນິ­ຕິ­ບຸກ­ຄົນ​ຊຶ່ງມີ​ຈຸດ­ປະ­ສົງຕ້ອງ​ການ​ດຳ­ເນີນ​ທຸ­ລະ​ກິດ​ແລກປ່ຽນ​ເງິນ­ຕາໄດ້​ຮັບ​ຊາບ​ ແລະ ເຂົ້າໃຈຢ່າງ​ທົ່ວ​ເຖິງ ໂດຍກົມ​ນະ­ໂຍ­ບາຍ​ເງິນ­ຕາ ທຫລ ໄດ້​ສືບ­ຕໍ່​ສັ່ງ​ໂຈະ​ການ​ອອກ​ໃບ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ​ແລກ­ປ່ຽນ​ເງິນ­ຕາ​ໃນ​ທົ່ວ​ປະ­ເທດ​ຕື່ມ​ອີກ ໂດຍ​ໄດ້​ອອກ​ແຈ້ງ​ການສະບັບເລກ​ທີ 571/ກນງ ລົງ​ວັນ​ທີ 10 ພຶດ­ສະ­ພາ 2019 ຜ່ານມາທີ່ລະ­ບຸ​ວ່າ ທຫລ ຈະ​ສືບ­ຕໍ່​ໂຈະ​ການ​ຮັບ​ເອ­ກະ­ສານ​ຄຳ​ຮ້ອງ ແລະ ການ​ອອກ​ໃບ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ​ແລກ­ປ່ຽນ​ເງິນ­ຕາ​ໃນ​​ທົ່ວ​ປະ­ເທດຈົນ​ກວ່າ​ຈະ​ມີ​ແຈ້ງ​ການ ປ່ຽນແປງ ຫຼື ມີແຈ້ງການ​ສະ­ບັບ​ໃໝ່​ປ່ຽນ​ແທນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ຮູບພາບ: ພະແນກຄຸ້ມຄອງເງິນຕາຕ່າງປະເທດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...