Homeຂ່າວພາຍ​ໃນ37 ອາຊີບທີ່ສະຫງວນໄວ້ສຳລັບພົນລະເມືອງລາວມີອາຊີບຫຍັງແດ່?

37 ອາຊີບທີ່ສະຫງວນໄວ້ສຳລັບພົນລະເມືອງລາວມີອາຊີບຫຍັງແດ່?

Published on

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1328/ອຄ.ທຄວ ລົງວັນທີ 13 ກໍລະກົດ 2015 ຊຶ່ງໄດ້ລະບຸໄວ້ຢ່າງຊັດເຈນກ່ຽວກັບອາຊີບທີ່ຕ້ອງສະຫງວນສິດໄວ້ໃຫ້ປະຊາຊົນລາວທີ່ຖືສັນຊາດລາວ ແລະ ຈະບໍ່ອານຸຍາດໃຫ້ຄົນຕ່າງປະເທດທີ່ເຂົ້າມາດໍາເນີນທຸລະກິດຢູ່ໃນ ສປປ ລາວ ດຳເນີນທຸລະກິດຕ່າງໆທີ່ລະບຸໄວ້.

ທັງນີ້ ອາຊີບທີ່ລະບຸໄວ້ໃນພາກການຄຸ້ມຄອງເຫັນວ່າຍັງບໍ່ສາມາດຄຸ້ມຄອງ ແລະ ປະຕິບັດໄດ້ ເນື່ອງຈາກຄົນສັນຊາດອື່ນໄດ້ເຂົ້າມາປະກອບທຸລະກິດດັ່ງກ່າວຢ່າງຫຼວງຫຼາຍ ໂດຍບໍ່ມີມາດຕາການລົງໂທດ ຫຼື ສັ່ງຫ້າມໃຫ້ຄົນຕ່າງຊາດເຂົ້າມາປະກອບອາຊີບທີ່ສະ ຫງວນໄວ້ໃຫ້ຄົນລາວ ຊຶ່ງອາຊີບທີ່ສະຫງວນໄວ້ໃຫ້ແກ່ປະຊາຊົນລາວ 37 ອາຊີບປະກອບມີດັ່ງນີ້.

  1. ເກັບເຄື່ອງປ່າຂອງດົງ ຫຼື ພືດພັນຈາກປ່າໄມ້
  2. ການຕ່ຳແຜ່ນແພ
  3. ການຖັກ ແລະ ແສ່ວຜ້າແພ
  4. ການຜະລິດ ຜະລິດຕະພັນຈາກໄມ້ ຫວາຍ ເຟືອງ ແລະ ວັດຖຸຈັກສານ
  5. ການເຄື່ອນໄຫວບໍລິການກ່ຽວກັບການພິມ
  6. ການຜະລິດເຄື່ອງປັ້ນດິນເຜົາ ແລະ ຖ້ວຍຊາມ
  7. ການຜະລິດເຄື່ອງເອປະດັບ ແລະ ສິ້ນສ່ວນ
  8. ການຜະລິດເຄື່ອງເອ້ທຽມ ແລະ ສິ້ນສ່ວນປະກອບ
  9. ການຜະລິດ ຖ່າຍເທກຳລັງ ແລະ ແຈກຢາຍກະແສໄຟຟ້າ
  10. ການຕິດຕັ້ງໄຟຟ້າ
  11. ການຕິດຕັ້ງທໍ່ສົ່ງນ້ຳ ເຄື່ອງເຮັດຄວາມຮ້ອນ ແລະ ເຄື່ອງປັບອາກາດ
  12. ການຄ້າຂາຍຍົກທີ່ໃຊ້ທຶນຈົດທະບຽນຕ່ຳກວ່າ 4 ຕື້ກີບລົງມາ
  13. ການຄ້າຂາຍຍ່ອຍທີ່ໃຊ້ທຶນຈົດທະບຽນຕ່ຳກວ່າ 4 ຕື້ກີບລົງມາ
  14. ການຂົນສົ່ງໂດຍສານທາງບົກພາຍໃນຕົວເມືອງ ຫຼື ຊານເມືອງ
  15. ການຂົນສົ່ງໂດຍສານທາງບົກອື່ນໆ (ຍົກເວັ້ນບໍລິການແທັກຊີມິເຕີ)
  16. ການເຄື່ອນໄຫວບໍລິການປະຈຳວັນໃຫ້ການຂົນສົ່ງທາງບົກ
  17. ການເຄື່ອນໄຫວໃຫ້ທີ່ພັກເຊົາໄລຍະສັ້ນ (ເຮືອນພັກ ຫຼື ໂຮງແຮມລະດັບ 3 ດາວລົງມາ)
  18. ການພິມ ຂ່າວສານໜັງສືພິມ ບົດຄວາມ ແລະ ວາລະສານ
  19. ການເຄື່ອນໄຫວດ້ານສະຖາປັດຕະຍະກຳ ວິສະວະກອນ ແລະ ການໃຫ້ຄຳປຶກສາດ້ານເຕັກນິກ
  20. ການເຄື່ອນໄຫວຈັດພິມ ບົດເພງ ແລະ ບັນທຶກສຽງ
  21. ທຸລະກິດການສ້າງຕັ້ງສະຖານີວິທະຍຸຢູ່ໃນຊຸມຊົນ
  22. ທຸລະກິດການສ້າງຕັ້ງໂທລະພາບຢູ່ໃນຊຸມຊົນ
  23. ຄັງເງິນ ກອງທຶນ ແລະ ກົງຈັກການເງິນອື່ນໆ
  24. ການໃຫ້ສິນເຊື່ອ ກູ້ຢືມເງິນອື່ນໆ (ສະເພາະທຸລະກິດໂຮງຊວດຈຳ)
  25. ການປະດັບປະດາສະຖານທີ່ ແລະ ກິດຈະກຳກ່ຽວກັບການຕິດຕັ້ງລະບົບໄຟ ແສງ ສີ ແລະ ສຽງ
  26. ການເຄື່ອນໄຫວກິດຈະກຳແປພາສາລາວ
  27. ການເຄື່ອນໄຫວຂອງອົງການຈັດຫາງານ
  28. ການເຄື່ອນໄຫວບໍລິການຕ້ອນຮັບອື່ນໆ (ແຫຼ່ງທ່ອງທ່ຽວສະເພາະໃດໜຶ່ງ)
  29. ການອະນາໄມຮັກສາຄວາມສະອາດໃນຕຶກ-ອາຄານທົ່ວໄປ
  30. ການສຶກສາດ້ານເຕັກນິກ ແລະ ວິຊາຊີບ
  31. ທຸລະກິດສອນພາສາລາວໃຫ້ຄົນຕ່າງປະເທດ
  32. ຫ້ອງກວດພະຍາດ ເອກະສານແຕ່ລະປະເພດ
  33. ທຸລະກິດສ້ອມແປງເກີບ ແລະ ເຄື່ອງໜັງ
  34. ບໍລິການຊັກປຽກ-ຊັກແຫ້ງປະເພດແຜ່ນແພ ແລະ ຜະລິດຕະພັນຂົນສັດ
  35. ບໍລິການດັດຜົມ ແລະ ເສີມຄວາມງາມ (ທີ່ບໍ່ແມ່ນສັນຍະກຳ)
  36. ບໍລິການຈັດງານປົງສົບ ແລະ ກິດຈະການທີ່ກ່ຽວພັນ
  37. ທຸລະກິດການສ້າງຕັ້ງສຳນັກພິມຕ່າງໆ

 

ໂດຍ: ສະຫະລັດ ວອນທິວົງໄຊ

ຮູບພາບ: (ພາບປະກອບຈາກອິນເຕີເນັດ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...