spot_img
Homeຂ່າວພາຍ​ໃນສປ ເກົາຫຼີ ປະສົບໄພແລ້ງໜັກທີ່ສຸດໃນຮອບ 100 ປີ

ສປ ເກົາຫຼີ ປະສົບໄພແລ້ງໜັກທີ່ສຸດໃນຮອບ 100 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປຽງຢາງຂອງ ສປ ເກົາຫຼີ ເມື່ອວັນທີ 18 ພຶດສະພາຜ່ານມາວ່າ ສປ ເກົາຫຼີພວມຜະເຊີນວິກິດໄພແລ້ງຄັ້ງຮຸນແຮງທີ່ສຸດໃນຮອບ 100 ປີ ຊຶ່ງສົ່ງຜົນກະທົບຢ່າງໜັກຕໍ່ພາກກະສິກຳ ແລະ ຜົນຜະລິດອາຫານພາຍໃນປະເທດ.

ທັງນີ້ ປະລິມານນ້ຳຝົນ ຫຼື ຫິມະທີ່ຕົກໃນ ສປ ເກົາຫຼີ ລະຫວ່າງກາງເດືອນພຶດສະພາປີຜ່ານມາເຖິງກາງເດືອນພຶດສະພາປີນີ້ ມີພຽງແຕ່ 56,3 ມິລິແມັດ ຊຶ່ງເປັນໂຕເລກຕ່ຳສຸດນັບຕັ້ງແຕ່ປີ 1917.

ຂໍ້ມູນດັ່ງກ່າວສອດຄ່ອງກັບລາຍງານຂອງໂຄງການອາຫານໂລກ (WFP) ທີ່ລະບຸວ່າ ຜົນຜະລິດດ້ານກະສິກຳຂອງ ສປ ເກົາຫຼີ ປີຜ່ານມາຢູ່ທີ່ 4.951 ລ້ານໂຕນ ຫຼຸດລົງ 503.000 ໂຕນຈາກປີ 2017 ແລະ ຜົນຜະລິດມີທ່າອຽງຕ່ຳກວ່າເປົ້າໝາຍໃນປີນີ້ ໂດຍສະເພາະເຂົ້າຈ້າວ ຂ້າວສາລີ ມັນຝຣັ່ງ ແລະ ຖົ່ວເຫຼືອງ ທັງນີ້ WFP ວິເຄາະວ່າ ປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ພາກກະສິກຳຂອງ ສປ ເກົາຫຼີ ແມ່ນກ່ຽວຂ້ອງກັບສະພາບອາກາດທີ່ປ່ຽນແປງຢ່າງໜັກ ບໍ່ວ່າຈະເປັນໄພທຳມະຊາດ (ອຸທົກກະໄພ ແລະ ວິກິດໄພແລ້ງ) ຊຶ່ງລັດຖະບານນະຄອນຫຼວງປຽງຢາງຍັງບໍ່ເປີດໂອກາດໃຫ້ເຈົ້າໜ້າທີ່ຂອງ UN ເຂົ້າເຖິງເຂດທີ່ພວມປະສົບບັນຫາ.

ນອກເໜືອຈາກພາວະປ່ຽນແປງຂອງສະພາບອາກາດຈະສົ່ງຜົນກະທົບຕໍ່ປະລິມານຜົນຜະລິດ້ານກະສິກຳຂອງ ສປ ເກົາຫຼີ ແລ້ວ ຍັງສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງປະຊາຊົນພາຍໃນປະເທດອີກດ້ວຍ ຊຶ່ງລາຍງານຂອງ WFP ໄດ້ລະບຸວ່າ ຊາວ ສປ ເກົາຫຼີ ປະມານ 10,1 ລ້ານຄົນ ຫຼື ປະມານ 40% ຂອງປະຊາກອນທົ່ວປະເທດພວມເຈັບປ່ວຍຍ້ອນພາວະດ້ານໂພຊະນາການ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...