Homeຂ່າວຕ່າງປະເທດອິນໂດກຽມລົງທຶນຄັ້ັງໃຫຍ່ສຸດໃນປະຫວັດສາດ

ອິນໂດກຽມລົງທຶນຄັ້ັງໃຫຍ່ສຸດໃນປະຫວັດສາດ

Published on

ທາງການອິນໂດເນເຊຍພວມຮ່າງແຜນງົບປະມານເງິນລົງທຶນໃນໂຄງການເມກະໂປຣເຈັກຄັ້ງໃຫຍ່ສຸດຂອງປະເທດ ມູນຄ່າ 412.000 ລ້ານໂດລາສຳລັບການກໍ່ສ້າງໂຄງການຕ່າງໆໃນທົ່ວປະເທດ ໃນນັ້ນ ລວມມີໂຄງການກໍ່ສ້າສະໜາມບິນ 25 ແຫ່ງ ແລະ ໂຮງງານໄຟຟ້າອີກຫຼາຍແຫ່ງ.

ໂດຍອ້າງການເປີດເຜີຍຂອງລັດຖະມົນຕີກະຊວງການວາງແຜນພັດທະນາແຫ່ງຊາດທີ່ລະບຸວ່າ ການລົງທຶນໃນຄັ້ງນີ້ຖືເປັນການໃຊ້ ເງິນທຶນຈຳນວນມະຫາສານທີ່ສຸດໃນປະຫວັດສາດຂອງປະເທດ ປະມານ 5.957 ລ້ານລ້ານຣູເປຍ (ສະກຸນເງິນອິນໂດເນເຊຍ) ຊຶ່ງຈະຄວບຄຸມໃນໄລຍະເວລາແຕ່ປີ 2020-2024 ໂດຍ 40% ຂອງຈຳນວນເງິນດັ່ງກ່າວແມ່ນເປັນການລົງທຶນຂອງລັດຖະບານ ສ່ວນ 25% ເປັນການລົງທຶນຜ່ານລັດວິສາຫະກິດ ແລະ ສ່ວນທີ່ເຫຼືອແມ່ນຈະເປີດໂອກາດໃຫ້ພາກເອກະຊົນໄດ້ມີສ່ວນຮ່ວມໃນການລົງທຶນ.

ປັດຈຸບັນ GDP ຂອງອິນໂດເນເຊຍຂະຫຍາຍຕົວຢູ່ທີ່ປະມານ 5% ຕໍ່ປີ ຂະນະທີ່ລັດຖະບານໄດ້ຕັ້ງເປົ້າໃຫ້ເຕີບໂຕທີ່ 5,3-5,6% ໃນປີຕໍ່ໄປ ທັງນີ້ ຂໍ້ມູນຈາກເວັບໄຊ Indonesia-investments.com ໄດ້ລະບຸວ່າ ອິນໂດເນເຊຍຍັງຄົງຢູ່ໃນສະຖານະຂາດດຸນການຄ້າຢູ່ທີ່ປະມານ 5,5 ພັນລ້ານໂດລາ ຊຶ່ງໃນໄລຍະຜ່ານມາຫຼາຍໂຄງການຂອງອິນໂດເນເຊຍມັກຖືກໂຈະ ຫຼື ດຳເນີນການຊັກຊ້າ ຊຶ່ງເກີດຈາກຫຼາຍປັດໄຈ ແລະ ທີ່ເຫັນໄດ້ຢ່າງຊັດເຈນກໍຄື ໂຄງການລົດໄຟຟ້າສາຍທຳອິດຂອງປະເທດ (Jakarta MRT) ທີ່ຫາກໍເປີດໃຫ້ບໍລິການເມື່ອເດືອນມີນາຜ່ານມາ ທັງນີ້ ຈາຣກາຕາແມ່ນມີແຜນກໍໍ່ສ້າງໂຄງການດັ່ງກ່າວມາແຕ່ປີ 1980.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...