Homeຂ່າວຕ່າງປະເທດຜູ້ນຳຈີນ ແລະ ອາເມຣິກາ ຍັງບໍ່ມີແຜນພົບປະເຈລະຈາບັນຫາການຄ້າ

ຜູ້ນຳຈີນ ແລະ ອາເມຣິກາ ຍັງບໍ່ມີແຜນພົບປະເຈລະຈາບັນຫາການຄ້າ

Published on

ທ່ານ ສີ ຈິ້ນຜິງ ປະທານາທິບໍດີແຫ່ງ ສປ ຈີນ ຍັງບໍ່ມີກຳນົດການພົບປະກັບ ທ່ານ ໂດນັລ ທຣັມ ປະທານາທິບໍດີແຫ່ງສະຫະລັດອາເມຣິກາ ຢ່າງເປັນທາງການເພື່ອເຈລະຈາບັນຫາຂັດແຍ່ງເລື່ອງການຄ້າດ້ວຍຕົນເອງໃນລະດັບຜູ້ນຳ ຂະນະທີ່ຜູ້ນຳອາເມຣິກາກໍໄດ້ກ່າວວ່າ ເລື່ອງນີ້ເປັນພຽງການໂຕ້ຖຽງກັນເລັກນ້ອຍລະຫວ່າງສອງຝ່າຍເທົ່ານັ້ນ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 15 ພຶດສະພາຜ່ານມາວ່າ ທ່ານ ເກິ່ງ ສ່ວງ ໂຄສົກກະຊວງການຕ່າງປະເທດ ສປ ຈີນ ໄດ້ກ່າວວ່າ ຜູ້ນຳອາເມຣິກາ ແລະ ຈີນ ຍັງຄົງມີການຕິດຕໍ່ກັນຕາມຄວາມເໝາະສົມໃນຫຼາກຫຼາຍຮູບແບບ ທັງນີ້ ສປ ຈີນ ກໍ ໄດ້ປະກາດວ່າ ນັບແຕ່ວັນທີ 1 ມິຖຸນາ 2019 ເປັນຕົ້ນໄປຈະມີການປັບຂຶ້ນພາສີໃນອັດຕາລະຫວ່າງ 5-25% ຕໍ່ສິນຄ້າມູນຄ່າ ປະມານ 60.000 ລ້ານໂດລາທີ່ສົ່ງອອກຈາກອາເມຣິກາ ໂດຍຈຳແນກອອກເປັນສິນຄ້າ 5.140 ລາຍການ ຊຶ່ງສິນຄ້າທີ່ຢູ່ໃນລາຍຊື່ສ່ວນໃຫຍ່ຍັງເປັນສິນຄ້າກະສິກຳ ຜະລິດຕະພັນເອເລັກໂຕຣນິກຊຶ່ງກວມເອົາປະເພດແບັດເຕີຣີ ແລະ ສິນຄ້າພະລັງງານເຊັ່ນ ຜະລິດຕະພັນຈາກແກ໊ສທຳມະຊາດເຫຼວ (LNG) ເພື່ອຕອບໂຕ້ລັດຖະບານອາເມຣິກາຊຶ່ງຕັ້ງກຳແພງພາສີ ແລະ ຂຶ້ນພາສີສິນຄ້ານຳເຂົ້າຈາກຈີນເກືອບທຸກລາຍການ ຊຶ່ງປັດຈຸບັນຄິດເປັນມູນຄ່າປະມານ 300.000 ລ້ານໂດລາກ່ອນຂຶ້ນພາສີ ທັງນີ້ ພາຍຫຼັງລັດຖະບານອາເມຣິກາໄດ້ປັບເພີ່ມອັດຕາພາສີສິນຄ້າຈຳນວນທີ່ນຳເຂົ້າຈາກເດີມ 10% ປັບຂຶ້ນເປັນ 25% ຕໍ່ສິນຄ້າຂອງຈີນ 200.000 ລ້ານໂດລາ ແລະ ມີຜົນບັງຄັງໃຊ້ຢ່າງເປັນທາງການນັບແຕ່ວັນທີ 10 ພຶດສະພາ 2019 ທີ່ຜ່ານມາ.

ຂະນະທີ່ລາຄາສັນຍາຊື້-ຂາຍຖົ່ວເຫຼືອງລ່ວງໜ້າໃນຕະຫຼາດຊິຄາໂກໃນງວດເດືອນມິຖຸນານີ້ ໄດ້ສ້າງສະຖິຕິຫຼຸດຕ່ຳສຸດໃນຮອບ 10 ປີ ເຖິງແມ່ນວ່າກະຊວງກະສິກຳຂອງອາເມຣິກາຈະຈັດຕັ້ງກອງທຶນສຸກເສີນຫຼາຍກວ່າ 11.000 ລ້ານໂດລາເພື່ອຊ່ວຍເຫຼືອຊາວກະສິ ກຳທີ່ໄດ້ຮັບຜົນກະທົບ ໂດຍສະເພາະການປູກຖົ່ວເຫຼືອງເມື່ອປີຜ່ານມາ ຢ່າງໃດກໍດີ ໂດນັລ ທຣັມ ກໍປະຕິເສດສຽງວິພາກວິຈານທີ່ວ່າ ການເຈລະຈາການຄ້າກັບ ສປ ຈີນ ນັ້ນຫຼົ້ມເຫຼວ ຊຶ່ງທ່ານ ທຣັມ ກ່າວພຽງວ່າ ມັນເປັນການຜິດຖຽງກັນເລັກນ້ອຍເທົ່ານັ້ນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Getty Images,AP

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...