spot_img
Homeຂ່າວພາຍ​ໃນຮອງລັດຖະມົນຕີ ຖວທ ເນັ້ນເອົາໃຈໃສ່ວຽກງານສະກັດກັ້ນ ແລະ ປ້ອງກັນການຄ້າມະນຸດ

ຮອງລັດຖະມົນຕີ ຖວທ ເນັ້ນເອົາໃຈໃສ່ວຽກງານສະກັດກັ້ນ ແລະ ປ້ອງກັນການຄ້າມະນຸດ

Published on

ເມື່ອ​ວັນ​ທີ 13 ພຶດສະພາ 2019 ຜ່ານມາ  ໂດຍທ່ານ ສະ​ຫວັນ​ຄອນ ລາຊະມຸນຕີ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວວັດທະ ນະທຳ ​ແລະ ທ່ອງ​ທ່ຽວ (ຖວທ)  ຄະນະ​ກຳມະການ​ຕ້​ານການ​ຄ້າ​ມະນຸດ​ລະດັບ​ຊາດ ທັງ​ເປັນ​ຜູ້​ຊີ້​ນຳ​ວຽກ​ງານ​ສະກັດ​ກັ້ນ ​ແລະ ຕ້ານການ​ຄ້າ​ມະນຸດ ກະຊວງ ຖວທ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ​ແລະ ​ໂອ້​ລົມຕໍ່​ການ​ສຳ​ມະ​ນາວ​ຽກງານ​ສະກັດ​ກັ້ນ ​ແລະ ປ້ອງ​ກັນຕ້ານ​ການ​ຄ້າ​ມະນຸດໃນ​ຂະ​ແໜງ​ການ​ທ່ອງທ່ຽວ ​ລະ​ຫວ່າງ​ວັນ​ທີ 13-14 ພຶດສະພາ 2019 ທີ່​ແຂວງ​ບໍລິ​ຄຳ​ໄຊ ​ຊຶ່ງທ່ານໄດ້​ຮຽກຮ້ອງ​ໃຫ້​ທຸກ​ພາ​ກສ່ວນ​​ເອົາ​ໃຈ​ໃສ່​ ພ້ອມ​ກັນເອົາໃຈໃສ່​ວຽກ​ງານ​ສະກັດ​ກັ້ນ ​ແລະ ປ້ອງ​ກັນ​ຕ້ານ​ກາ​ນຄ້າ​ມະນຸດ ທັງເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃກ້ຄຽງກໍຄືທົ່ວໂລກໃຫ້​ເຫັນເຖິງຄວາມ​ສຳຄັນ​ຢ່າງ​ຈິງ​ຈັງຕໍ່ວຽກ​ງານ​ດັ່ງກ່າວ.

ໂອກາດດັ່ງກ່າວ ທ່ານ ສະ​ຫວັນ​ຄອນ ລາຊມຸນຕີ ​ກໍໄດ້​ກ່າວ​ວ່າ ​ໃນ​ໄລຍະ​ຜ່ານ​ມາພັກ ແລະ ລັດຖະບານ ​ລວມເຖິງຂະ​ແໜງ​ການ ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳ​ຄັນ ​ແລະ ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ຊຸກຍູ້ ​ແລະ ສະໜັບສະໜູນວຽກ​ງານ​ສະກັດ​ກັ້ນ ​ແລະ ປ້ອງ​ກັນ​ການ​ຕ້ານ​ການ​ຄ້າ​ມະນຸດ ​ໃນ ສປປ ລາວ ​​ຊຶ່ງເປັນອີກໜຶ່ງປະເທດທີ່​ມີ​ບັນຫາ​ການ​ຄ້າ​ມະນຸດ ​ໂດຍໄດ້​ເກີດ​ຂຶ້ນ​ຢູ່​ບັນດາ​ແຂວງ​ຕ່າງໆ ​ແລະ ​ແຂວງ​ທີ່​ມີ​ຊາຍ​ແດນ​ເຊື່ອມຕໍ່​ກັບ​ເຂດທີ່​ມີ​ຄວາມ​ສ່ຽງ​ບັນຫາ​ການ​ຄ້າ​ມະນຸດ ທັງນີ້ ສາ​ເຫດ​ຕົ້ນຕໍ​ແມ່ນ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນຈຳນວນ​ໜຶ່ງ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ ຄອບຄົວ​ທຸກ​ຍາກ ຄວາມ​ແຕກ​ໂຕນ​ລະຫວ່າງ​ຊົນນະບົດ ​ແລະ ຕົວ​ເມືອງ ບັນ​ຫາ​ເສດຖະກິດ​ ການ​ສຶກສາ ຄວາມ​ສາມາດ​ທາງ​ດ້ານ​ສີມື​ແຮງ​ງານທີ່ບໍ່​ສາມາດ​ຕອບສະໜອງ​ໄດ້​ຕາມຄວາມຕ້ອງການຂອງຕະຫຼາດ​ແຮງ​ງານ ລວມເຖິງບັນຫາ​ຄອບ​ຄົວຊຶ່ງສິ່ງ​ດັ່ງກ່າວ​ເປັນ​ປັດ​ໄຈ​ໜຶ່ງ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ແມ່ຍິງ ຊາວ​ໜຸ່ມ​ຈຳນວນ​ໜຶ່ງ ​ແລະ​ ​ເດັກ ນ້ອຍ​ທີ່​ຍັງ​ບໍ່​ເຖິງໄວກະສຽນ ​ຊຶ່ງພວກ​ເຂົາ​ເຫຼົົ່າ​ນັ້ນ​ຖືກ​ຕົວະ​ຍົວະ ຖືກ​ຫຼອກ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດດ້ວຍ​ຫຼາຍ​ຮູບ​ການຢູ່ປະ​ເທດ​ໃກ້​ຄຽງ ໃນນັ້ນ ຈຳນວນ​ໜຶ່ງ​ແມ່ນ​ສະ​ໜັກ​ໃຈ​ ຊຶ່ງຈຸດປະສົງກໍເພື່ອ​ເຮັດໃຫ້​ຊີວິດ​ຂອງ​ຕົນ​​ໃຫ້​ດີ​ຂຶ້ນ.

ຮອງ​ລັດຖະມົນຕີ ຖວທ ໄດ້​ໃຫ້​ຮູ້​ອີກວ່າ ການ​ໂຄສະນາ​ເຜີຍ​ແຜ່ ລວມເຖິງການໃຫ້​ຂໍ້​ມູນ​-ຂ່າວສານຖືເປັນອີກໜຶ່ງ​ປັດ​ໄຈ​ສຳຄັນໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈໃຫ້​ຄອບຄົວ ຊຸມ​ຊົນ​​ໃນ​ທ້ອງ​ຖິ່ນ ສັງຄົມ ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຂດ​ທຸກ​ຍາກ ແລະ ຫ່າງ​ໄກ​ສອກຫຼີກໃຫ້ຫຼົງເຊື່ອ ແລະ ສຸດທ້າຍອາດກາຍເປັນເຫຍື່ອຂອງກຸ່ມຄົນບໍ່ດີທີ່ຫວັງຜົນປະໂຫຍດຈາກເຂົາເຈົ້າ.

 

 

ຂ່າວ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...