Homeຂ່າວພາຍ​ໃນສປປ ລາວ ເລີ່ມສຳຫຼວດຄວາມເປັນໄປໄດ້ການກໍ່ສ້າງໂຮງກັ່ນນໍ້າມັນໄບໂອດີເຊລ

ສປປ ລາວ ເລີ່ມສຳຫຼວດຄວາມເປັນໄປໄດ້ການກໍ່ສ້າງໂຮງກັ່ນນໍ້າມັນໄບໂອດີເຊລ

Published on

ເມື່ອວັນ​ທີ 8 ພຶດສະພາຜ່ານມາ ທີ່​ໂຮງ​ແຮມ​ຄຣາວພລາຊາ ນະ​ຄອນ​ຫລວງ​ວຽງ​ຈັນ ​​ໄດ້​ຈັດພິທີ​​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈລະ ຫວ່າງ​ລັດຖະບານ​ແຫ່ງ ສປປ ລາວ ແລະ ບໍລິສັດ​ນະຄອນຫຼວງ ​ຈຳ​ກັດ ​ແລະ ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ໝາກ​ເກົາ​ລາວ ​ຈຳກັດ ​ຕາງ ໜ້າ​ຝ່າຍລັດຖະບານໂດຍ​ ທ່ານ ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ທ່ານ ບຸນ​ຈັນ ​ໄຊ​ເກີ​ຢາ​ຈົງ​ຕົວ ຜູ້ອຳ​ນວຍ​ການບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ໝາກ​ເກົາ​ລາວ​ ຈຳກັດ ມີ​ບັນດາ​ພາກ​ສ່ວນກ່ຽວຂ້ອງ​ ແລະພະນັກງານວິຊາການເຂົ້າ ຮ່ວມ​ເປັນ​ສັກຂີ​ພິຍານ.

ໂດຍເນື້ອໃນຂອງສັນຍາ​ດັ່ງກ່າວແມ່ນອະນຸຍາດໃຫ້ບໍລິສັດເຂົ້າໄປ​ສຶກສາ​ ແລະ ສຳຫຼວດຄວາມ​ເປັນ​ໄປ​ໄດ້ໃນ​ການ​ສ້າງ​ໂຮງ​ກັ່ນ​ນ້ຳມັນ​ ​ໄບ​ໂອ​ດີ​ເຊ​ລຈາກ​ໝາກ​ເກົາ ​​ຊຶ່ງພື​ດທີ່​ໃຫ້​ນໍ້າມັນ ​ແລະ ​ໂຮງ​ກັ່ນ​ນ້ຳມັນ​ກາ​ຊວນ ​ແລະ ​ແອັດ​ຊັງ ທີ່ຕັ້ງຢູ່​ບ້ານ​ດົງ​ນາ​ຄວາຍ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ. ​

ທັງນີ້ ຕາມບົດບັນທຶກສັນຍາແມ່ນຈະມີ​ໄລຍະ​ເວລາ​ການ​ສຶກສາ​ສຳ​ ແລະ ສຳຫຼວດ ​18 ​ເດືອນ ​ໂດຍໂຄງການ​ດັ່ງກ່າວ​​ໄດ້​ຜ່ານ​ການ​ຄົ້ນ​ຄວ້າ ​ແລະ ໄດ້ລາຍ​ງານ​ຕໍ່​ກອງ​ປະຊຸມ​ຄະນະ​ກຳມະການ​ສົ່ງ​ເສີມ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ​ຂັ້ນ​ສູນ​ກາງ ໂດຍໄດ້​ມີ​ແຈ້ງ​ການຂອງ​ຫ້ອງວ່າການສຳນັກງານ​ນາຍົກລັດຖະມົນຕີ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...