Homeຂ່າວພາຍ​ໃນຄະນະກະເສດສາດ ພາກວິຊາສັດຕະວະແພດເປີດສູນປິ່ນປົວສາຂາ 2

ຄະນະກະເສດສາດ ພາກວິຊາສັດຕະວະແພດເປີດສູນປິ່ນປົວສາຂາ 2

Published on

ເປີດຢ່າງເປັນທາງການແລ້ວເມື່ອວັນທີ 8 ພຶດສະພາຜ່ານມາ ສຳລັບໂຮງໝໍປິ່ນປົວສັດສາຂາທີ 2 ຂອງຄະນະກະເສດສາດ ພາກວິຊາສັດຕະວະແພດ ມະຫາວິທະຍາ ໄລແຫ່ງຊາດ ຊຶ່ງສາຂາທີ 1 ແມ່ນຢູ່ທີ່ຄະນະກະເສດສາດວິທະຍາເຂດນາບົງ.

ສຳລັບໂຮງໝໍປິ່ນປົວສັດສາຂາທີ 2 ແມ່ນເປີດແຕ່ວັນຈັນເຖິງວັນສຸກ ຕາມໂມງລັດຖະການ (08:00-16:00 ໂມງ) ບັນດາທ່ານສາມາດຕິດຕໍ່ສອບຖາມລາຍລະອຽດໄດ້ທີ່ໝາຍເລກໂທລະສັບ (030) 965 9474 ຊຶ່ງຈະມີຄູ-ອາຈານທີ່ຊຳນານງານດ້ານການປິ່ນປົວສັດໂດຍສະເພາະ ພ້ອມດ້ວຍນັກສຶກສາທີ່ມີປະສົບການສູງມາຄອຍບໍລິການບັນດາທ່ານ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ຮູບພາບ: ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ

ບົດຄວາມຫຼ້າສຸດ

ຂ່າວດີ! ພົບຊ້າງປ່າ ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ  ແຂວງໄຊຍະບູລີ ພົບເຫັນ ແລະ ຖ່າຍຮູບພາບຊ້າງປ່າ ໃນຂະນະລົງປະຕິບັດກິດຈະກໍາໂຄງການ

ພາບຊ້າງປ່າທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ເຊິ່ງຖ່າຍໄດ້ຈາກທີມງານໂຄງການ ແລະ ເຈົ້າໜ້າທີ່ປ່າສະຫງວນ ໃນຂະນະລົງປະຕິບັດກິດຈະກໍາໂຄງການ ໃນວັນທີ 10/06/2026 ທີ່ຜ່ານມາ. ປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ເປັນຖິ່ນອາໄສອັນດັບຕົ້ນໆຂອງປະເທດລາວ ທີ່ມີຊ້າງປ່າອາຊີ ອາໄສຢູ່, ແລະ...

ວາງແຜນຮັບມືໄພນໍ້າຖ້ວມ ຄຄນຊ ກຽມພ້ອມການຄຸ້ມຄອງບໍລິຫານຈັດການນໍ້າ ເພື່ອຮັບປະກັນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມໃນປີ 2026

ກອງປະຊຸມຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ (ຄຄນຊ) ຄັ້ງທີ II ຈັດຂຶ້ນໃນວັນທີ 11 ມິຖຸນາ 2026 ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ...

ເຊື່ອມຕໍ່ເສັ້ນທາງລົດໄຟເຂົ້າກັບແລວສາກົນ ກະຊວງ ຍທຂ ຮ່ວມລົງນາມເປັນສະມາຊິກ ແລວທາງລົດໄຟໝາຍເລກທີ 2 ເຊື່ອມຕໍ່ 6 ປະເທດ ລາວ, ຫວຽດນາມ, ຈີນ, ກາຊັກສະຖານ, ຣັດເຊຍ ແລະ ເອສໂຕນີ

ວັນທີ 11-12 ມິຖຸນາ 2026 ຄະນະຜູ້ແທນ ກະຊວງໂຍທາທິການ ແລະ ຂົນສົ່ງ ນຳໂດຍ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ...

ຄວ້າແຊ້ມໂລກກັບບ້ານ ທັບນາຄານ້ອຍ (W.I.G NAGA) U-10 ຕົວແທນໜຶ່ງດຽວຈາກ ສປປ ລາວ ຄວ້າແຊ້ມລະດັບໂລກ

WIG NAGA U10 ປີ ເອົາຊະນະ VALENCIA FC ຈາກປະເທດສະເປນ 2-1 ປະຕູຄວ້າແຊ້ມໃນການແຂ່ງຂັນລາຍການ MIC Football 7 ທີ່ເມືອງຄາຕາໂລເນຍ,...