Homeຂ່າວພາຍ​ໃນທັອກໂຊຊວນຫົວຂອງ ອາຈານ ທອງດີ ຈະຈັດທ້າຍເດືອນນີ້

ທັອກໂຊຊວນຫົວຂອງ ອາຈານ ທອງດີ ຈະຈັດທ້າຍເດືອນນີ້

Published on

ຖະແຫຼງຂ່າວຢ່າງເປັນທາງການແລ້ວ ສຳລັບງານທັອກໂຊຂອງ ອາຈານ ທອງດີ ພົມມະວົງສາ ຊຶ່ງຈັດຂຶ້ນເມື່ອວັນທີ 8 ພຶດສະພາ 2019 ທີ່ຫໍປະຊຸມໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີບັນດາຄູອາຈານ ນັກຮຽນ-ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ສຳລັບງານທັອກໂຊທີ່ຈະຈັດຂຶ້ນໃນຄັ້ງນີ້ຖືເປັນຄັ້ງທຳອິດ ໂດຍມີຈຸດປະສົງເພື່ອສ້າງແຮງຈູງໃຈ ແລະເສີມສ້າງຈິນຕະນາການໃຫ້ແກ່ໄວໜຸ່ມ ທັງນີ້ ກໍຈະມີການສອດແຊກສາລະຄວາມຮູ້ ແລະ ຄວາມບັນເທີງ ລວມທັງຂໍ້ຄິດດີໆທີ່ບັນດາທ່ານສາມາດນຳໄປປັບໃຊ້ໃນຊີວິດປະຈຳວັນໄດ້ອີກດ້ວຍ.

ສຳລັບງານທັອກໂຊແມ່ນຈະຈັດຂຶ້ນໃນວັນທີ 26 ພຶດສະພາ 2019 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຊັ້ນ 2 (ຕຶກເກົ່າ) ເລີ່ມແຕ່ເວລາ 15:00 ໂມງເປັນຕົ້ນໄປ ບັນດາທ່ານສາມາດຕິດຕໍ່ສອບຖາມຂໍ້ມູນ ຫຼື ສັ່ງຈອງບັດເຂົ້າງານໄດ້ທີ່ໝາຍ ເລກໂທລະສັບ (020) 5459 5559.

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...