Homeຂ່າວພາຍ​ໃນຂ່າວດີ! ຕົ້ນໂພອາຍຸຫຼາຍກວ່າ 200 ປີຈະບໍ່ຖືກຕັດແລ້ວ

ຂ່າວດີ! ຕົ້ນໂພອາຍຸຫຼາຍກວ່າ 200 ປີຈະບໍ່ຖືກຕັດແລ້ວ

Published on

ຖືເປັນຂ່າວທີ່ກຳລັງເປັນກະແສເທິງໂລກໂຊຊຽວກໍວ່າໄດ້ ສຳລັບການເຜີຍແຜ່ຂ່າວ “ການຕັດຕົ້ນໂພອາຍຸເກົ່າແກ່” ຢູ່ເຂດບ້ານຂຸນຕາທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງມີຈຸດປະສົງແມ່ນເພື່ອຈະນຳໃຊ້ເນື້ອທີ່ດິນໃນຈຸດນີ້ສ້າງເປັນອາພາດເມັນທັນ ສະໄໝ.

ຕາມການບອກເລົ່າຂອງປະຊາຊົນທີ່ເປັນຄົນພື້ນທີ່ ຊຶ່ງອາໄສຢູ່ເຂດບ້ານດ່ັ່ງກ່າວໄດ້ເລົ່າໃຫ້ຟັງວ່າ ຕົ້ນໂພຕົ້ນນີ້ຖືເປັນຕົ້ນໄມ້ເກົ່າແກ່ທີ່ຢູ່ຄູ່ບ້ານມາຫຼາຍຊົ່ວຄົນ ມີຄວາມສູງປະມານ 30 ກວ່າແມັດ ຖືເປັນຕົ້ນໄມ້ທີ່ປະຊາຊົນໃຫ້ຄວາມເຊື່ອຖື ແລະ ເຄົາລົບ ມາແຕ່ລຸ້ນປູ່ຍ່າຕາຍາຍຈົນມາເຖິງລຸ້ນລູກລຸ້ນຫຼາຍ.

ຫຼ້າສຸດ ທີມງານຂ່າວລາວໂພສໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຫ້ອງການບ້ານຂຸນຕາທ່າວ່າ ຈາກການຕົກລົງເຫັນດີລະຫວ່າງເຈົ້າຂອງທີ່ດິນ ບໍລິສັດຮັບເໝົາກໍ່ສ້າງ ແລະ ອຳນາດການປົກຄອງບ້ານ ເປັນເອກະພາບເຫັນດີຈະບໍ່ມີການຕັດຕົ້ນໂພ ຕົ້ນດັ່ງກ່າວ ແຕ່ຈະແຕ່ງເຕີມໃຫ້ເໝາະສົມກັບສະພາບເສັ້ນທາງ ແລະສິ່ງກີດຂວາງຕ່າງໆຢູ່ເຂດບໍລິເວນນັ້ນ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...