Homeຂ່າວພາຍ​ໃນເປີດຫ້ອງຂາຍ ອະຣາຕະໄຊເສດຖາ ກຸ່ມບໍລິສັດອະສັງຫາລິມມະຊັບ ຄຣີດ ແລະ ອານັນດີ

ເປີດຫ້ອງຂາຍ ອະຣາຕະໄຊເສດຖາ ກຸ່ມບໍລິສັດອະສັງຫາລິມມະຊັບ ຄຣີດ ແລະ ອານັນດີ

Published on

ເມື່ອວັນທີ 4 ພຶດສະພາຜ່ານມາ ກຸ່ມບໍລິສັດ ຄຣີດ ແລະ ອານັນດີ ໄດ້ເປີດນຳໃຊ້ຫ້ອງການຂາຍໂຄງການອະຣາຕະໄຊເສດຖາຢ່າງເປັນທາງການ ຊຶ່ງເປັນໂຄງການອະສັງຫາລິມມະຊັບແຫ່ງທຳອິດຂອງຢີ່ປຸ່ນໃນລາວ ທັງເປັນຫ້ອງການເພື່ອແນະນໍາ ແລະ ໃຫ້ຂໍ້ມູນກ່ຽວກັບໂຄງການກໍ່ສ້າງ ແລະ ການອອກແບບບ້ານ ໂຄງການດັ່ງກ່າວຕັ້ງຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ທ່ານ ໂທຊິຮິໂກ ມູນິໂຢຊິ ຜູ້ອຳນວຍການກຸ່ມບໍລິສັດ ຄຣີດ ກ່າວວ່າ ກຸ່ມບໍລິສັດຄຣີດ ເປັນກຸ່ມບໍລິສັດອະສັງຫາລິມະຊັບແນວໜ້າຂອງປະເທດຢີ່ປຸ່ນ ມີປະສົບການຫຼາຍກວ່າ 20 ປີ ມີໂຄງການທີ່ປະສົບຜົນສຳເລັດໃນ 9 ປະເທດ ແລະ ລົງທຶນໃນຕະຫຼາດອະສັງຫາລິມະຊັບທີ່ກໍາລັງຂະຫຍາຍຕົວຢູ່ປະເທດກຳປູເຈຍ ມາເລເຊຍ ຫວຽດນາມ ບັງກາລາເທດ ແລະ ລາວ  ໂຄງການທີ່ຢູ່ອາໄສອະຣາຕະໄຊເສດຖາ ແມ່ນໂຄງການທຳອິດຂອງ ຄຣີດ ໃນ ສປປ ລາວ ຊຶ່ງເປັນໂຄງການຮ່ວມລົງທຶນກັບກຸ່ມບໍລິສັດ ອານັນດີ ລາວ ຈຳກັດ ໂຄງການທຳອິດແມ່ນໂຄງການທີ່ຢູ່ອາໄສຊຸມຊົນ ຢູ່ດ້ານຫຼັງສູນການຄ້າ ລາວ-ໄອເຕັກ ແລະ ຢູ່ໃກ້ບຶງທາດຫລວງ ທັງນີ້ ໂຄງການຈະເລີ່ມກໍ່ສ້າງພາຍໃນປີ 2019 ແລະ ຈະໃຫ້ສຳເລັດໃນປີ 2021.

ໂອກາດດຽວກັນ ທ່ານ ນາງ ຊູມຽນ ເດດປັນຍາ ຜູ້ອຳນວຍການກຸ່ມບໍລິສັດ ອານັນດີ  ກ່າວວ່າ ກຸ່ມບໍລິສັດອານັນດີທີ່ມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປໄດ້ເລີ່ມຫຼາຍໂຄງການຢ່າງຕໍ່ເນື່ອງ ໃນນີ້ ລວມທັງໂຄງການ ອານັນດີ ລີເວີວິວ ຊຶ່ງເລີ່ມຈັດຕັ້ງປະຕິບັດໃນເດືອນກຸມພາ 2018 ແລະ ຈະສໍາເລັດໃນປີ 2019 ຊຶ່ງທັງສອງກຸ່ມບໍລິສັດໄດ້ນຳເອົາວິທີການ ແລະ ມາດຕະຖານຂອງຍີ່ປຸ່ນເຂົ້າໃນການຄຸ້ມຄອງຄຸນນະພາບການກໍ່ສ້າງ ແລະ ການອອກແບບໂຄງການ ເປົ້າໝາຍສຳຄັນຂອງກຸ່ມບໍລິສັດ ຄຣີດ ແມ່ນຕ້ອງກາຍເປັນສ່ວນໜຶ່ງຂອງຖານເສດຖະກິດທີ່ຂະຫຍາຍຕົວໄວທີ່ສຸດໃນການສະໜັບສະໜູນຂະແໜງການພັດທະນາອະສັງຫາລິມະຊັບ ທັງຕອບສະໜອງໂຄງການພັດທະນາທີ່ຢູ່ອາໄສທີ່ຕິດເສັ້ນທາງ 450 ປີ ແລະເຂດດອນນົກຂຸ້ມຈະກາຍເປັນສູນກາງທາງທຸລະກິດ-ການຄ້າ ຂອງນະຄອນຫລວງວຽງຈັນໃນອະນາຄົດ.

“ອະຣາຕະ” ໃນພາສາຍີ່ປຸ່ນແປວ່າ “ໃໝ່” ເປັນການນຳເອົາແນວຄວາມຄິດໃໝ່ທີ່ເໝາະສົມ ແລະ ສອດຄ່ອງກັບການປ່ຽນແປງໃໝ່ຂອງການໃຊ້ຊີວິດຂອງຄົນລາວໃນປັດຈຸບັນ ອະຣາຕະໄຊເສດຖາ ປະກອບມີ 108 ຫຼັງ ມີແບບບ້ານໃຫ້ເລືອກຫຼາກຫຼາຍເຊັ່ນ ບ້ານຫ້ອງແຖວຢູ່ອາໄສ 2 ຊັ້ນ ບ້ານຫ້ອງແຖວ 3 ຊັ້ນ ສາມາດຄ້າຂາຍໄດ້ ແລະ ບ້ານດ່ຽວວິນລາ 2 ຊັ້ນ ໃນລາຄາເລີ່ມຕົ້ນພຽງແຕ່ 95.789 ໂດລາສະຫະລັດ ນອກນັ້ນ ຍັງມີສະຖານທີ່ຕ່າງໆເຊັ່ນ ສະລອຍນໍ້າຊຸມຊົນ ສະລອຍນໍ້າເດັກນ້ອຍ ສະໜາມເດັກຫຼີ້ນ ມິນິມາກ ສູນອອກກຳລັງກາຍ ແລະ ການຮັກສາຄວາມປອດໄພ 24 ຕະຫຼອດຊົ່ວໂມງ  ຫ່າງຈາກສູນການຄ້າ ລາວ-ໄອເຕັກ ພຽງ 4 ກີໂລແມັດ ພ້ອມນີ້ ກໍເປັນຈຸດທີ່ມີບໍລິສັດ ແລະຫ້າງຮ້ານຕ່າງໆທີ່ທັນສະໄໝອີກດ້ວຍ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...