spot_img
Homeຂ່າວພາຍ​ໃນວຽງຈັນເຊັນເຕີ້ຈັບສະຫຼາກມອບໂຊກ

ວຽງຈັນເຊັນເຕີ້ຈັບສະຫຼາກມອບໂຊກ

Published on

ເມື່ອວັນທີ 5 ພຶດສະພາຜ່ານມາ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຈັບສະຫຼາກມອບໂຊກຄືນກຳໄລໃຫ້ລູກຄ້າເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 4 ປີ ໃນນັ້ນ ລວມມີ 22 ລາງວັນ ມູນຄ່າຫຼາຍກວ່າ 140 ລ້ານກີບ.

ໂດຍການເຂົ້າຮ່ວມຂອງຮອງອຳນວຍການສູນການຄ້າວຽງຈັນເຊັນເຕີ ເຈົ້າຂອງແບຣນທີ່ເຂົ້າຮ່ວມກິດຈະກຳ ມີບັນດາແຂກຖືກ ເຊີນ ແລະມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ສຳລັບລູກຄ້າທີ່ຊື້ສິນຄ້າກັບຮ້ານທີ່ເຂົ້າຮ່ວມກິດຈະກຳຄົບ 400.000 ກີບຂຶ້ນໄປກໍຈະມີສິດລຸ້ນຮັບລາງວັນ ຊຶ່ງໄດ້ເລີ່ມເປີດຮັບບັດລຸ້ນໂຊກມາແຕ່ວັນທີ 15 ມີນາເຖິງວັນທີ 30 ເມສາ 2019.

ສຳລັບລາຍຊື່ຜູ້ໂຊກດີ ແລະຂອງລາງວັນຕ່າງໆ ທ່ານສາມາດເຂົ້າໄປຕິດຕາມໄດ້ທີ່ Facebook/ສູນການຄ້າວຽງຈັນເຊັນເຕີ ຫຼື ໂທສອບຖາມລາຍລະອຽດໄດ້ທີ່ໝາຍເລກໂທສະລັບ (021) 228 000.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...