Homeຂ່າວພາຍ​ໃນແບຣນເສື້ອຜ້າຊື່ດັງໃນອີຕາລີ ກ໋ອບປີ້ເອກະລັກຂອງຊົນເຜົ່າໂອມາໃນລາວ

ແບຣນເສື້ອຜ້າຊື່ດັງໃນອີຕາລີ ກ໋ອບປີ້ເອກະລັກຂອງຊົນເຜົ່າໂອມາໃນລາວ

Published on

ເປັນອີກໜຶ່ງເລື່ອງລາວທີ່ສັງຄົມອອນລາຍກຳລັງໃຫ້ຄວາມສົນໃຈ ເມື່ອມີການເຜີຍແຜ່ພາບຜ່ານທາງສື່ອອນລາຍກ່ຽວກັບການນຳເອົາເອກະລັກການແຕ່ງກາຍຂອງຊົນເຜົ່າໂອມາຢູ່ໃນ ສປປ ລາວ ໄປນຳສະເໜີຜ່ານຄໍເລັກເຊິນຂອງຫ້ອງເສື້ອຊື່ດັງໃນອີຕາລີ.

ເມື່ອວັນທີ 2 ພຶດສະພາ 2019 ຜ່ານມາ ໄດ້ມີຜູ້ໃຊ້ເຟສບຸ໊ກຄົນໜຶ່ງໄດ້ສັງເກດເຫັນຄໍເລັກເຊິນຈາກຫ້ອງເສື້ອຊື່ດັງນັ້ນກໍຄື Max Mara ຢູ່ໃນນະຄອນຊາເກຣບ ປະເທດໂຄຣເອເຊຍ  ໂດຍຮູບພາບດັ່ງກ່າວໄດ້ສ່ອງແສງໃຫ້ເຫັນວ່າ ບໍລິສັດ MaxMara ໄດ້ຜະລິດຄໍເລັກເຊິນເສື້ອຜ້າທີ່ນຳເອົາລາຍແສ່ວຂອງຊົນເຜົ່າໂອມາໃນລາວເປັນຕົ້ນແບບ ບໍ່ວ່າຈະເປັນສີ ລວດລາຍ ແລະ ເອກະລັກສະເພາະຕ່າງໆຂອງຊົນເຜົ່າໂອມາ  ຊຶ່ງໂດຍທົ່ວໄປທາງບໍລິສັດແມ່ນຕ້ອງໄດ້ຂໍອະນຸຍາດ ຫຼື ກ່າວຍົກຍ້ອງ ແລະ ໃຫ້ຮູ້ເຖິງແຫຼ່ງທີ່ໄປທີ່ມາຂອງລວດລາຍໃນການອອກແບບຄໍເລັກເຊິນດັ່ງກ່າວ ກົງກັນຂ້າມທາງບໍລິສັດທີ່ຜະລິດກໍຄື MaxMara ຊ້ຳຜັດບໍ່ໄດ້ໃຫ້ເຄຣດິດ ຫຼື ກ່າວເຖິງແຫຼ່ງທີ່ມາຂອງແຮງບັນດານໃຈໃນການນຳສະເໜີຄໍເລັກເຊິນດັ່ງກ່າວວ່າມາຈາກຊົນເຜົ່າໂອມາໃນ ສປປ ລາວ ເລີຍ.

ສິ່ງສຳຄັນອີກປະການໜຶ່ງກໍຄື ລາຍແສ່ວຕົ້ນສະບັບຂອງຊົນເຜົ່າໂອມາແມ່ນໄດ້ຖືກບໍລິສັດດັ່ງກ່າວນຳໄປສະກຣີນໃສ່ເສື້ອຜ້າຄໍເລັກເຊິນຂອງເຂົາເຈົ້າໂດຍບໍ່ຖືກຕ້ອງ ທັງນີ້ ພາກສ່ວນກ່ຽວຂ້ອງທີ່ເຮັດວຽກໃກ້ຊິດກັບຊົນເຜົ່າໂອມາໃນລາວແມ່ນພວມຕິດຕໍ່ສອບຖາມກ່ຽວກັບລາຍລະອຽດເລື່ອງນີ້.

 

ຂ່າວ: ສະຫະລັດ ວອນທິວົງໄຊ

ຮູບພາບຈາກ: ອະດີດເພື່ອນຮ່ວມງານ, TACElaos

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...