Homeຂ່າວພາຍ​ໃນເກີດເຫດ ຄົນຝຣັ່ງປະສົບອຸບັດເຫດເສຍຊີວິດຄາທີ່ ປັດຈຸບັນສົບຂອງຜູ້ກ່ຽວແມ່ນຢູ່ທີ່ໂຮງເຢັນມູນນິທິຈີນ

ເກີດເຫດ ຄົນຝຣັ່ງປະສົບອຸບັດເຫດເສຍຊີວິດຄາທີ່ ປັດຈຸບັນສົບຂອງຜູ້ກ່ຽວແມ່ນຢູ່ທີ່ໂຮງເຢັນມູນນິທິຈີນ

Published on

ເມື່ອວັນທີ 1 ພຶດສະພາຜ່ານມາ (ເວລາ 3:17 ນາທີ) ໄດ້ເກີດອຸບັດເຫດລົດກະບະເສຍຫຼັກຕຳກຳແພງຢ່າງຮຸນແຮງຢູ່ເຂດບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຫດການດັ່ງກ່າວມີຜູ້ເສຍຊີວິດ 1 ລາຍ.

ສຳລັບຜູ້ທີ່ປະສົບອຸບັດເຫດຊື່ວ່າ ທ້າວ ຈູລຽນ ລອບຣີ້ ( Mr. Julien LOBRY) ອາຍຸ 28 ປີ ສັນຊາດຝຣັ່ງ ພັກຢູ່ດອນຂາຊາຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍຜູ້ກ່ຽວໄດ້ຂັບຂີ່ລົດກະບະຍີ່ຫໍ້ມິດຊູບິຊິ ເບື້ອງຕົ້ນເຈົ້າໜ້າທີ່ໜ່ວຍກູ້ໄພ 1623 ໄດ້ລາຍງານວ່າ: ຜູ້ເຄາະຮ້າຍແມ່ນຄໍຫັກ ແຂນເບື້ອງຊ້າຍຫັກ ຫົວຖືກກະທົບຢ່າງຮຸນແຮງ ແລະມີບາດແຜທົ່ວໃບໜ້າ ແລະຮ່າງ ກາຍ.

ປັດຈຸບັນ ໜ່ວຍກູ້ໄພ 1623 ໄດ້ນຳສົບຂອງຜູ້ເຄາະຮ້າຍໄປໄວ້ທີ່ໂຮງເຢັນມູນນີທີຈີນ ສ່ວນສາເຫດຂອງອຸບັດເຫດຄັ້ງນີ້ແມ່ນພວມ ຢູ່ລະຫວ່າງການສືບສວນ-ສອບສວນຂອງເຈົ້າໜ້າທີ່.

ຂ່າວໂດຍ: ສະຫະລັດ ວອນທິວົງໄຊ 

ຮູບພາບ: ຈາກມູນນິທິກູ້ໄພ 1623

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...