Homeຂ່າວພາຍ​ໃນງານ​ຕະຫລາດນັດຈຳໜ່າຍສິນຄ້າ ໂອດັອບ ຄັ້ງທີ VI ຈັດ​ຂື້ນ​ທີ່ ນະຄອນຫລວງ

ງານ​ຕະຫລາດນັດຈຳໜ່າຍສິນຄ້າ ໂອດັອບ ຄັ້ງທີ VI ຈັດ​ຂື້ນ​ທີ່ ນະຄອນຫລວງ

Published on

ຫລາຍກວ່າ 110 ຮ້ານ ຮວ່ມວາງສະແດງ ແລະ ຈ​ຳໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ(ໂອ ດັອບ) ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫລວງວຽງຈັນ ຄັ້ງທີ VI ໃນລະຫວ່າງວັນທີ 27 ເມສາ ຫາ 5 ພຶດສະພາ 2019 ຢູ່ ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ.

ງານຄັ້ງນີ້, ໄດ້ນຳເອົາສິນຄ້າຫລາກຫລາຍປະເພດ ມາວາງສະແດງ ແລະ ຈຳໜ່າຍ ເປັນຕົ້ນ ອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳ, ຢາພື້ນເມືອງ, ໄມ້ແກະສະຫລັກ, ເຄື່ອງເງິນ, ກະເປົາ, ເສື້ອຜ້າ, ສິ້ນ, ຜ້າບ່ຽງຝ້າຍ-ໄໝ ແລະ ອື່ນໆ ຈາກຫົວໜ່ວຍທຸລະກິດ ທີ່ເຂົ້າຮ່ວມທັງໝົດ 123 ຫົວໜ່ວຍ, ມີ 116 ຮ້ານ. ໃນນັ້ນ, ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ມີ 42 ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບ 57 ຫົວໜ່ວຍ, ຫົວໜ່ວຍທຸລະກິດທ່ອງທ່ຽວ 4 ຫົວໜ່ວຍ, ສິນຄ້າກະສິກຳ ປະເພດເບ້ຍໄມ້ 17 ຫົວໜ່ວຍ. ນອກນັ້ນ, ຍັງມີສິນຄ້າ ໂອດັອບ ແລະ ສິນຄ້າຄອບຄົວຕົວແບບ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ຈຳນວນ 24 ຫົວໜ່ວຍ.

ຈຸດປະສົງ ຂອງການຈັດງານໃນຄັ້ງນີ້, ແນໃສ່ສ້າງກິດຈະກຳຕອນຮັບວັນກຳມະກອນສາກົນ ແລະ ປີທ່ອງທ່ຽວ ລາວ-ຈີນ 2019 ໃຫ້ເປັນຂະບວນຟົດຟື້ນ ທັງເປັນການຍູ້ໜູນຜະລິດຕະພັນພາຍໃນ ກ້າວໄປສູ່ການພັດທະນາແບບຢືນຍົງ ໃຫ້ສາມາເຂົ້າເຖິງຕະຫລາດເປົ້າໝາຍໄດ້, ສ້າງຄວາມເຂັ້ມ ແຂງໃຫ້ຫົວໜ່ວຍທຸລະກິດ ທີ່ເຮັດການຜະລິດ ສາມາດເຂົ້າຕະຫລາດ ເພື່ອຈຳໜ່າຍ ແລະ ຈັບຄູ່ທຸລະກິດຮ່ວມກັນ. ສິ່ງສຳຄັນແມ່ນຊ່ວຍຊຸກຍູ້ໃຫ້ທຸລະກິດຄອບຄົວຕົວແບບ ໃຫ້ມີການພັດທະນາຕົນເອງ ໃນການຄຸ້ມຄອງບໍລິຫານການຜະລິດສິນຄ້າຂອງຕົນ, ສ້າງມູນຄ່າເພີ້ມໃຫ້ແກ່ສິນຄ້າໜຶ່ງເມືອງ ໜຶ່ງຜະລິດ ຕະພັນ ແຫ່ງຊາດ ໃຫ້ເປັນທີຍອມຮັບຂອງສັງຄົມ, ສາມາດເປັນແຫລ່ງລາຍຮັບ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແກ່ຫົວໜ່ວຍທຸລະກິດໂອດັອບ.

ໃນລະຫວ່າງເປີດງານວາງສະແດງ-ຈຳໜ່າຍສິນຄ້າ ຍັງໄດ້ຈັດສຳມະນາ ແລກປ່ຽນບົດຮຽນໃຫ້ຫົວໜ່ວຍສິນຄ້າທີ່ໄດ້ຮັບກາໝາຍ ໂອດັອບ ແລະ ຫົວໜ່ວຍຄອບຄົວຕົວແບບ ໃນຫົວຂໍ້ “ການພັດທະ ນາຜະລິດຕະພັນເຂົ້າຫາຕະຫລາດ, ການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ ແລະ ການເຂົ້າຫາແຫລ່ງທຶນ”.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...