spot_img
Homeຂ່າວພາຍ​ໃນ24 ​ເມສານີ້ ​ເມືອງ​ສີ​ໂຄດ ​ຈະ​ປິດ​ນໍ້າ​ປະປາ​ຊົ່ວຄາວ

24 ​ເມສານີ້ ​ເມືອງ​ສີ​ໂຄດ ​ຈະ​ປິດ​ນໍ້າ​ປະປາ​ຊົ່ວຄາວ

Published on

ລັດ​ວິ​ສະຫະ​ກິ​ດນໍ້າ​ປະປາ​ນະຄອນຫລວງ​ວຽງ​ຈັນ​ໄດ້​ແຈ້ງ​ໃຫ້​ພໍ່​ແມ່​ປະຊາຊົນ​ທີ່​ອາ​ໃສຢູ່​ເຂດ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ​ໃຫ້​ກະກຽມ​​ໂຕ່ງ​ນໍ້າ​ໄວ້​ເພື່ອ​ນໍາ​ໃຊ້​ຊົ່ວຄາວ ​ເພາະ​ໃນ​ວັນ​ທີ 24 ​ເມສາ​ນີ້ ຈະ​ໄດ້​ປິດ​ນໍ້າ​ເພື່ອ​ສ້ອມ​ແປງປະຕູ​ນໍ້າ ​ໂດຍ​ຈະ​ໃຊ້​ເວລາ​ປະມານ 5 ຊົ່ວ​ໂມງ.

​ອີງ​ຕາມ​ໃບ​ແຈ້ງ​ການ​ສະບັບ​ເລກທີ 0382 ລົງ​ວັນ​ທີ 22 ​ເມ​ສາ 2019 ວ່າ: ລັດ​ວິ​ສາ​ຫະກິດ​ນໍ້າ​ປະປາ​ນະ​ຄອນ​ຫລວງ​ວຽງ​ຈັນ​ຂໍ​ແຈ້ງ​​ເຖິງ ພະນັກງານ, ທະຫານ​ຕໍາຫລວດ, ພໍ່​ແມ່​ປະຊາ​ຊົນ, ຫົວໜ່ວຍ​ທຸລະ​ກິດ​ທີ່​ນໍາ​ໃຊ້​ນໍ້າ​ປະປາ​ຢູ່​ເຂດ​ເມືອງ​ສີ​ໂຄດ​ຕະບອງ ຮັບຮູ້​ວ່າ: ​ໃນ​ໄລຍະ​ທີ່ມີ​ການ​ດໍາ​ເນີນ​ການ​ສ້ອມ​​ແປງ​ປະຕູ​ນໍ້າ​ຂະ​ໜາດ 200 DIP ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຈະສົ່ງຜົນເຮັດໃຫ້ແຮງດັນນໍ້າປະປາອອກຄ່ອຍຫາບໍ່ມີນໍ້າ ເຮັດໃຫ້ການບໍລິການ-ສະໜອງນໍ້າປະປາຈະບໍ່ໄດ້ຕາມຄາດໝາຍ ອາດຈະບໍ່ພຽງພໍໃນການຊົມໃຊ້ນໍ້າປະປາໃນບາງເຂດໂດຍສະເພາະບ້ານ: ດ່ານຄໍາ, ໜອງດາ, ໂນນຂີ້ເຫລັກ, ໂນນແກ້ວ, ຕາດທອງ, ໂນນສົມບູນ ເມືອງສີໂຄດຕະບອງ. ດັ່ງນັ້ນຈຶ່ງແຈ້ງມາຫຍັງພໍ່ແມ່ປະຊາຊົນທີ່ອາໃສ່ໃນຕົວເມືອງສີໂຄດຕະບອງຮັບຮູ້.

ສໍາລັບການສ້ອມແປງແມ່ນຈະເລີ່ມແຕ່ເວລາ 9:00 ໂມງເຊົ້າ- 14:00 ໂມງແລງ ຂອງວັນທີ 24 ເມສາ 2019 ໂດຍໃຊ້ເວລາ 5 ຊົ່ວໂມງ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...