spot_img
Homeຂ່າວທ້ອງຖິ່ນລັດ​ຖະ​ມົນ​ຕີ​ກະຊວງການຕ່າງ​ປະ​ເທດ​ ຕ້ອ​ນ​ຮັບ​ຜູ້​ຊ່ວຍ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

ລັດ​ຖະ​ມົນ​ຕີ​ກະຊວງການຕ່າງ​ປະ​ເທດ​ ຕ້ອ​ນ​ຮັບ​ຜູ້​ຊ່ວຍ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

Published on

ໃນ​ວັນ​ທີ 22 ເມ​ສາ 2019 ທີ່​ນະ​ຄອນ​ຫລວງວຽງ​ຈັນ, ທ່ານ​ ສະ​ເຫລີມ​ໄຊ ກົມ​ມະ​ສິ​ດ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ ທ່ານ ນາງ ອາ​ມິ​ດາ ຊໍ​ເຊຍ ອາ​ລີ​ສ​ຈາ​ບາ​ນາ ຜູ້​ຊ່ວຍ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ), ເລ​ຂາ​ບໍ​ລິ​ຫານ​ງານ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມ ສ​ປຊ ປະ​ຈຳ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ (UNESCAP) ​ພ້ອມ​ດ້ວຍ​ຄະ​ນະ ​ທີ່​ເດີນ​ທາງ​ມາ​ເຮັດ​ວຽກ ແລະ ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 21-23 ເມ​ສາ 2019 ນີ້.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ​ທ່ານ ນາງ ອາ​ມິ​ດາ ຊໍ​ເຊຍ ອາ​ລີ​ສ​ຈາ​ບາ​ນາ ພ້ອມ​ດ້ວຍ​ຄະ​ນະ ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ ສ​ປ​ປ ລາວ ໃນ​ຄັ້ງ​ນີ້, ເຊິ່ງ​ເປັນ​ຂີ​ດ​ໝາຍ​ສຳ​ຄັນ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ປ ລາວ ແລະ UNESCAP ໃຫ້​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ​.

ພ້ອມ​ດຽວກັນ​ນີ້​, ນາງ ອາ​ມິ​ດາ ຊໍ​ເຊຍ ອາ​ລີ​ສ​ຈາ​ບາ​ນາ ໄດ້​ສະ​ແດງ​ຄວາມ​ຂອບໃຈ​ ຕໍ່ທ່ານ​ລັດ ຖະມົນຕີ ກະຊວງການ​ຕ່າງ​ປະ​ເທດ ທີ່​ໄດ້​​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນໃນຄັ້ງນີ້,​ ພ້ອມ​ຈະສືບຕໍ່ຮ່ວມ​ມື​ໃນ​ວຽກງານ​ຕ່າງໆ ຕໍ່ໄປອີກໃນອະນາຄົດ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...