spot_img
Homeຂ່າວພາຍ​ໃນສູນກາງແນວລາວສ້າງຊາດ ມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນ

ສູນກາງແນວລາວສ້າງຊາດ ມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນ

Published on

ໃນເມື່ອບໍ່ດົນຜ່ານມານີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດງານມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນກອງປະຊຸມຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ 3 ປີ 2018, ກອງປະຊຸມອົງການພຸດທະສາສະໜາ 3 ອພສ ລາວ, ຫວຽດນາມ ແລະ ກຳປູເຈຍ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການມອບໃບຍ້ອງຍໍລັດຖະບານ ໃຫ້ພະນັກງານ-ລັດຖະກອນ ແລະ ຄະນະຮັບຜິດຊອບຈັດກອງປະຊຸມດັ່ງກ່າວຄັ້ງນີ້, ມີຈຳນວນ 118 ທ່ານ ທີ່ມີຜົນງານຄຸນງາມຄວາມດີ ປະກອບສ່ວນເຂົ້າໃນການກະກຽມ ແລະ ຮັບໃຊ້ກອງປະຊຸມຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3 ປີ 2018 ແລະ ກອງປະຊຸມອົງການພຸດທະສາສະໜາ 3 ປະເທດ ລາວ-ຫວຽດນາມ ແລະ ກຳປູເຈຍ. ນອກຈາກນີ້, ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ສັບຊ້ອນໜ້າທີ່ໃໝ່ໃຫ້ພະນັກງານສູນກາງແນວລາວສ້າງຊາດ ອີກ ຈຳນວນໜຶ່ງ.

ໃນໂອກາດນີ້, ທ່ານ ຄຳໃບ ດຳລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຄຸນງາມຄວາມດີ ຂອງພະນັກງານ-ລັດຖະກອນ, ທີ່ໄດ້ປະກອບສ່ວນເຂົ້າໃນກອງປະຊຸມດັ່ງກ່າວ ໃຫ້ມີຜົນສຳເລັດຕາມແຜນ ແລະ ໄດ້ນຳພາວຽກງານແນວຄິດຕໍ່ສະມາຊິກພັກ-ພະນັກງານ ທັງໝົດໃນການເລື່ອນຊັ້ນ, ຊັບຊ້ອນ ແລະ ຍົກຍ້າຍຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...