spot_img
Homeຂ່າວທ້ອງຖິ່ນນໍ້າປະປາ ນະຄອນຫລວງ ຮຽກຮ້ອງໃຫ້ນໍາໃຊ້ນໍ້າ ຢ່າງປະຢັດ

ນໍ້າປະປາ ນະຄອນຫລວງ ຮຽກຮ້ອງໃຫ້ນໍາໃຊ້ນໍ້າ ຢ່າງປະຢັດ

Published on

ລັດວິສາຫະກິດ ນໍ້າປະປານະຄອນ ຫລວງວຽງຈັນ ຮຽກຮ້ອງໃຫ້ທົ່ວສັງຄົມ ກໍ​ຄື ຜູ້​ຊົມ​ໃຊ້​ນ້ຳ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຊົມໃຊ້ນໍ້າຢ່າງມີສະຕິ, ບໍ່​ໃຫ້​ໃຊ້ຟຸ່ມເຟືອຍ ເນື່ອງຈາກວ່າການຜະລິດ ແລະ ການຕອບສະໜອງນໍ້າຍັງບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍານວຍການ ລັດວິສາຫະກິດ ນໍ້າປະປາ ນະຄອນຫລວງວຽງຈັນ ໄດ້ລາຍ​ງານ​ໃຫ້​ຮູ້ ໃນວັນທີ 9 ເມສາ 2019 ກ່າວວ່າ ທັງ​ນີ້, ​ກໍ່ເພື່ອແນ​ໃສ່ເຮັດໃຫ້ການສະເຫລີມສະຫລອງປີໃໝ່ລາວ ພສ 2562 ມີຄວາມເບີກບານມ່ວນຊື່ນ ໄປຄຽງຄູ່ກັບການນໍາໃຊ້ນໍ້າຢ່າງປະຢັດ.

ໃນ​ໄລຍະຜ່ານມາ ການຜະລິດນໍ້າຂອງນະຄອນຫລວງ ສາມາດປະຕິບັດໄດ້ພຽງ 320.000 ແມັດກ້ອນຕໍ່ມື້ ໃນເຂດພື້ນທີ່ບໍລິການ 7 ເມືອງ ໃນ ແລະ 2 ເມືອງນອກ ຄື: ເມືອງສັງທອງ, ເມືອງປາກງື່ມ, ເຊິ່ງເປັນລະບົບນໍ້າປະປາ ຂະໜາດນ້ອຍມີກໍາລັງການຜະລິດໄດ້ພຽງ 2.990 ແມັດກ້ອນຕໍ່ມື້. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຕອບສະໜອງນໍ້າໃນບາງຂົງເຂດບໍ່ພຽງພໍ ແລະ ຖ້າມີການນໍາໃຊ້ນໍ້າຫລາຍຂຶ້ນໃນໄລຍະສົງການນີ້ ຍັງຈະເປັນອຸປະສັກໃຫ້ແກ່ການສະໜອງນໍ້າໃຫ້ເຂດຫ່າງໄກ, ເຊິ່ງປັດຈຸບັນ ນໍ້າປະປາ ນະຄອນຫລວງວຽງຈັນ ສາມາດຜະລິດນໍ້າ ເພີ່ມຂຶ້ນເປັນ 324.000 ແມັດກ້ອນຕໍ່ມື້ ລວມທັງໂຮງງານ BOT ທ່າເດື່ອ (ຫາດຊາຍຟອງ) 20.000 ແມັດກ້ອນຕໍ່ມື້ ແລະ BOT ແສນດິນ 24.000 ແມັດກ້ອນຕໍ່ມື້ເທົ່ານັ້ນ.

ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ສາມາດ​ຂະຫຍາຍ​ລະບົບ​ທໍ່​ສົ່ງ ​ແລະ ທໍ່​ບໍລິການ​ຫລາຍ​ກວ່າ 70 ກິ​ໂລ​ແມັດ, ປັດຈຸບັນ ລະບົບ​ສາຍ​ທໍ່ມີ​ຄວາມ​ຍາວ​ທັງ​ໝົດຫລາຍ​ກວ່າ 2.404 ກິ​ໂລ​ແມັດ, ໝໍ້​ແທກ​ນ້ຳ 131,852 ໜ່ວຍ ​ໃນ​ເຂດ​ບໍລິການ 9 ຕົວ​ເມືອງ, ​ເຊິ່ງກວມ​ເອົາ​ປະມານ 75% ຂອງ​ເຂດ​ພື້ນ​ທີ​ບໍລິການ​ນ້ຳ​ປະປາ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...