spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອທົດສອບ "ອາວຸດນຳວິຖີທາງຍຸດທະວິຖີຮຸ່ນໃໝ່"

ເກົາຫຼີເໜືອທົດສອບ “ອາວຸດນຳວິຖີທາງຍຸດທະວິຖີຮຸ່ນໃໝ່”

Published on

ລັດຖະບານເກົາຫຼີເໜືອ ອ້າງຄວາມສຳເລັດໃນການທົດສອບປະສິດທິພາບຂອງ “ອາວຸດນຳວິຖີທາງຍຸດທະວິທີ” ຮຸ່ນໃໝ່ຫຼ້າສຸດ ທີ່ສາມາດຕິດຕັ້ງຫົວຮົບໄດ້ ໃນຊ່ວງໄລຍະທີ່ຄວາມສຳພັນກັບສະຫະລັດກັບມາເຄັ່ງຕຶງອີກຄັ້ງ ຫຼັງຈາກທີ່ມີການພົບປະຫາລືກັນທີ່ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ ໃນທ້າຍເດືອນ ກຸມພາ 2019 ທີ່ຜ່ານມາ ແຕ່ຢຸດຕິກ່ອນກຳນົດ ແລະ ບໍ່ມີຂໍ້ສະຫຼຸບ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 18 ເມສາ 2019 ວ່າ ສຳນັກຂ່າວກາງເກົາຫຼີເໜືອ ໄດ້ລາຍງານວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ລົງພື້ນທີ່ສະຖາບັນເທັກໂນໂລຢີ ແລະ ວິທະຍາສາດປ້ອງກັນປະເທດ ເພື່ອສັງເກດການທົດສອບປະສິດທິພາບຂອງ “ອາວຸດນຳວິຖີທາງຍຸດທະວິຖີຮຸ່ນໃໝ່” ເຊິ່ງລາຍງານບໍ່ໄດ້ລະບຸຢ່າງຊັດເຈນວ່າມັນຄືສິ່ງໃດ ແຕ່ກ່າວວ່າ “ເປັນການພັດທະນາທີ່ກ້າວໜ້າ” ແລະ ອາວຸດຊະນິດນີ້ສາມາດໃຊ້ຕິດຕັ້ງ “ຫົວຮົບທີ່ຊົງພະລັງ” ໄດ້.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...