spot_img
Homeຂ່າວພາຍ​ໃນສປປ ລາວ ມີກົດໝາຍວ່າດ້ວຍການຫ້າມທໍລະມານສັດ ແລ້ວ!

ສປປ ລາວ ມີກົດໝາຍວ່າດ້ວຍການຫ້າມທໍລະມານສັດ ແລ້ວ!

Published on

ຫຼາຍຄັ້ງທີ່ເຮົາພົບເຫັນສັດຖືກປະປ່ອຍຕາມຖະໜົນຫົນທາງ, ຖືກຈັບກັກຂັງໃນກົງ ຫຼື ທຳການທໍລະມານຕ່າງໆ ເຊີ່ງສາມາດເຫັນໄດ້ໃນບາງພື້ນທີ່ຂອງສັງຄົມວ່າການທໍລະມານສັດເປັນເລື່ອງທຳມະດາ. ແລ້ວທ່ານຮູ້ບໍວ່າ ປະເທດລາວກໍມີກົດໝາຍກ່ຽວກັບການປົກປ້ອງການທໍລະມານ (ທາລຸນ) ສັດ ຄືກັນກັບນານາປະເທດ, ໃນກົດໝາຍປະມວນອາຍາສະບັບລ່າສຸດ ເຊີ່ງໄດ້ຮັບການຢັ້ງຢືນ ແລະ ມີຜົນສັກສິດທຽບເທົ່າບັນດາກົດໝາຍຕ່າງໆ ທີ່ ສປປ ລາວ ກຳນົດອອກ, ໄດ້ຮັບການປະກາດນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເມື່ອວັນທີ 18/11/2018.

ຕາມປະມວນກົດໝາຍອາຍາ ມາດຕາ 353 ວ່າ​ດ້ວ​ການ​ທໍ​ລະ​ມານ​ສັດ​ມີ​ເນື້ອ​ໃນ​ດັ່ງ​ນີ້:

ບຸກ​ຄົນ​ໃດ​ຫາ​ກ​ໄດ້​ກະ​ທຳ​ຕໍ່​ສັດ ທີ່​ເປັນ​ການທໍ​ລະ​ມ​ານ ເປັນ​ຕົ້ນ​ການ​ກັກ​ຂັງ​ສັດ​ໂດຍ​ໃຫ້​ອົດ​ເຂົ້າ, ອົດ​ນ້ຳ ແລະ ໃຊ້​ແຮງ​ງານ​ເກີນ​ຂອບ​ເຂດ ໂດຍ​ບໍ່​ໃຫ້​ສັດ​ໄດ້​ພັກ​ຜ່ອນ, ທຸບ​ຕີ​ທີ່​ມີ​ລັກ​ສະ​ນະ​ທາ​ລຸນ, ບັນ​ທຸກ ແລະ ຂົນ​ສົ່ງ​ແບບ​ແອ​ອັດ​ທໍ​ລະ​ມານ, ຂ້າ​ສັດ​ແບບ​ໂຫດ​ຮ້າຍ​ປ່າ​ເຖື່ອນ ຫລື ໃຊ້​ສານ​ພິດ​ເບື່ອ​ສັດ​ຈະ​ຖືກ​ລົງ​ໂທດ​ດັດ​ສ້າງ​ໂດຍ​ຕັດ​ອິດ​ສະ​ຫລະ​ພາບ ຫລື ຖືກ​ປັບ​ໄໝ 500.000 ກີບ ຫາ 3 ລ້ານ​ກີບ.

ໃນກໍລະນີການກະທຳຜິດເປັນອາຈິນ (ເຮັດຊໍ້າອີກ) ຈະຖືກລົງໂທດຕັດອິສະລະພາບ ແຕ່ ສາມເດືອນ ຫາ ຫນຶ່ງປີ ແລະ ຈະຖືກປັບໃຫມແຕ່ 3.000.000 ກີບ ຫາ 10.000.000 ກີບ.

ການເພີ່ມໂທດນີ້ແມ່ນສະແດງໃຫ້ເຫັນເຖີງການປ່ຽນແປງທັດສະນະຄະຕິຕໍ່ສັດ ແລະ ມັນຍັງຈະຊ່ວຍໃຫ້ໝັ້ນໃຈໄດ້ເຖີງການຄຸ້ມຄອງສັດຈາກການຖືກທໍລະມານອີກດ້ວຍ. ຕໍ່ກັບບັນດາກົດໝາຍການຄຸ້ມຄອງສັດໄວ້ໃນກົດໝາຍປະມວນອາຍານີ້ ແມ່ນຈະໃຫ້ສິດອຳນາດແກ່ເຈົ້າໜ້າທີ່ ສາມາດນຳໃຊ້ກົດໝາຍໃນການລົງໂທດຜູ້ທີ່ທໍລະມານສັດ ຫຼື ຜູ້ທີ່ໃຊ້ແຮງງານສັດໜັກເກີນໄປໄດ້.

ກົດໝາຍປະມວນອາຍາວ່າດ້ວຍການທາລຸນສັດນີ້ແມ່ນມີຂື້ນເພື່ອຮອງຮັບປະກົດການທາງສັງຄົມ ແລະ ສາມາດແຈ້ງຕໍ່ຕຳຫຼວດສືບສວນ-ສອບສວນ ໄດ້ ຖ້າຫາກພົບເຫັນການທາລຸນສັດ.

ຮຽບຮຽງຂ່າວ: ແຟນຊິສ ສະຫວັນຄຳ 
ແຫຼ່ງຂໍ້ມູນ: ປະມວນກົດໝາຍອາຍາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...