Homeຂ່າວພາຍ​ໃນກະຊວງການເງິນໄດ້ອອກແຈ້ງການເລື່ອນການຊຳລະຄ່າທຳນຽມທາງປະຈຳປິ2019

ກະຊວງການເງິນໄດ້ອອກແຈ້ງການເລື່ອນການຊຳລະຄ່າທຳນຽມທາງປະຈຳປິ2019

Published on

ກະຊວງການເງິນໄດ້ອອກແຈ້ງການ ສະບັບເລກທີ 0975/ກງ, ລົງວັນທີ 01 ເມສາ 2019 ວ່າດ້ວຍການເລື່ອນໄລຍະເວລາປປົກກະຕິຂອງການຊຳລະຄ່າທຳນຽມທາງ ປະຈຳປີ 2019.

ເພື່ອເຮັດໃຫ້ການເກັບຄ່າທຳນຽມທາງປະຈຳປິ2019ໄດ້ຖືກຈັດຕັ້ງປະຕິບັດທັນຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະໃນຂອບເຂດທົ່ວປະເທດຊາບວ່າ ໄລຍະເວລາປົກກະຕິຂອງການເສຍຄ່າທາງ 2019 ໄດ້ເລື່ອນຈາກມື້ສຸດທ້າຍ ວັນທີ 31 ມີນາ 2019 ເປັນວັນທີ 30 ມິຖຸນາ 2019, ຖ້າກາຍກຳນົດເວລາດັ່ງກ່າວນີ້ (ນັບແຕ່ວັນທີ 01 ກໍລະກົດ ຮອດ 31 ທັນວາ 2019) ມ່ນຈະຖືກປັບໄໝ 0,1% ຕໍ່ມື້ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ ຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ IV ຂໍ້ 2 ຂອງຄຳແນະນຳ, ສະບັບເລກທີ 3455/ກງ,​ ລົງວັນທີ 10 ຕຸລາ 2017.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...